ບໍ່ຢາກເຖົ້າໄວຕ້ອງຫ່າງໄກຈາກ 4 ພຶດຕິກຳນີ້
October 5, 2020 - 10:59 AM
- ເຄັ່ງຄຽດ : ຄວາມເຄັ່ງຄຽດຈະເຮັດໃຫ້ຜິວຂອງເຮົາເກີດຄວາມໝອງຄໍ້າ ແລະ ຫ່ຽວຍານລົງ ເນື່ອງຈາກແຊນຜິດຖືກທຳລາຍຈາກຄວາມເຄັ່ງຄຽດນັ້ນເອງ ທັງນີ້ຄວາມເຄັ່ງຄຽດກໍເປັນຕ່ອມກະຕຸ້ນໃຫ້ມະເຮັງຈະເລີນເຕີບໃຫຍ່ໄວຂຶ້ນນຳອີກ. ດັ່ງນັ້ນ ຫາກທ່ານບໍ່ຢາກເບິ່ງເຖົ້າໄວ ຄວນຫລຸດຄວາມເຄັ່ງຄຽດ ແລະ ໝັ່ນເຮັດກິດຈະກຳເພື່ອຄວາມຜ່ອນຄາຍແດ່ ເທົ່ານີ້ກໍບໍ່ເຮັດໃຫ້ເຖົ້າໄວແລ້ວ.
- ກັ້ນຍ່ຽວຕະຫລອດ : ການກັ້ນຍ່ຽວ ນອກຈາກຈະເຮັດໃຫ້ສ່ຽງຕໍ່ການເປັນໜິ້ວແລ້ວ ຍັງເປັນພຶດຕິກຳເຮັດໃຫ້ເຖົ້າໄວນຳອີກ ເພາະຈະເກີດການສະສົມສິ່ງເປິເປື້ອນຈາກນຳ້ຍ່ຽວ ຈົນເຮັດໃຫ້ຜິວຖືກທຳຮ້າຍ ແລະ ເຖົ້າໄວໃນທີ່ສຸດ ທັງຍັງເປັນສາເຫດຂອງການເກີດພະຍາດມະເຮັງທີ່ຈະເຮັດໃຫ້ອາຍຸຂອງເຮົາສັ້ນລົງ ດັ່ງນັ້ນ ຫາກບໍ່ຈຳເປັນກໍພະຍາຍາມຢ່າກັ້ນຍ່ຽວຈະດີກ່ວາ.
- ນອນເດິກ ຫລື ນອນໜ້ອຍ : ການນອນເດິກເປັນອີກສາເຫດໜຶ່ງທີ່ຈະເຮັດໃຫ້ຜິວຂອງເຮົາເບິ່ງເຖົ້າຂຶ້ນ ທັງຍັງເຮັດໃຫ້ສຸຂະພາບອ່ອນແອລົງຈົນອາຍຸສັ້ນລົງນຳອີກ ນັ້ນກໍຍ້ອນວ່າໃນຂະນະນອນຫລັບ ຮ່າງກາຍຈະມີການຟື້ນຟູສ້ອມແຊມພາກສ່ວນເສື່ອມສະພາບ ແລະ ຊ່ວຍເພີ່ມຄວາມແຂງແຮງໃຫ້ແກ່ສຸຂະພາບຂອງເຮົາຫລາຍຂຶ້ນ ເຊິ່ງຫາກນອນໜ້ອຍ ຮ່າງກາຍກໍຈະໄດ້ຮັບການສ້ອມແຊມໜ້ອຍລົງ ແລະ ອາດເສື່ອມສະພາບລົງກ່ວາເກົ່າຫລາຍ ດັ່ງນັ້ນ ເມື່ອຜິວທີ່ເບິ່ງອ່ອນກ່ວາອາຍຸ ຄວນນອນຕັ້ງແຕ່ກ່ອນເວລາ 22:00 ໂມງ ແລະ ນອນໃຫ້ໄດ້ຢ່າງໜ້ອຍມື້ລະ 7 – 8 ຊົ່ວໂມງ ແມ່ນນອນໃຫ້ເຕັມອີ່ມນັ້ນເອງ.
- ດື່ມເຫລົ້າ(ສິ່ງມຶນເມົາ) ແລະ ສູບຢາ : ອີກໜຶ່ງພຶດຕິກຳບັ່ນທອນອາຍຸ ທີ່ຄວນຫລີກເວັ້ນໂດຍດ່ວນ ເພາະການດື່ມເຫລົ້າ ຫລື ສິ່ງມຶນເມົາທຸກຊະນິດ ລວມທັງການສູບຢານັ້ນ ຈະເຮັດໃຫ້ເຮົາສ່ຽງຕໍ່ພະຍາດຮ້າຍຕ່າງໆຫລວງຫລາຍ ເຊັ່ນ : ຕັບແຂງ, ປອດອັກເສບ ແລະ ມະເຮັງ ເປັນຕົ້ນ ທັງຍັງທຳຮ້າຍຜິວໃຫ້ໝອງຄຳ້, ແຫ້ງຫຍາບ ແລະ ມີຮອຍຫ່ຽວຍານກ່ອນໄວນຳອີກ ຮູ້ແບບນີ້ແລ້ວໃຜທີ່ມັກດື່ມເຫລົ້າ ຫລື ສິ່ງມຶນເມົາທຸກປະເພດ ລວມທັງສູບຢາເປັນປະຈຳ ກໍຄວນຢຸດເຊົາຕັ້ງແຕ່ມື້ນີ້ຈະດີກ່ວາ.