ເສດຖະກິດການທ່ອງທ່ຽວຂອງຈີນກັບຄືນຟື້ນຕົວຢ່າງຄຶກຄັກ
October 5, 2020 - 12:04 PM
ກະຊວງວັດທະນະທຳ ແລະ ການທ່ອງທ່ຽວຂອງຈີນ ລະບຸວ່າ: ຈີນມີການທ່ອງທ່ຽວພາຍໃນປະເທດ 450 ຄັ້ງ ໃນຊ່ວງ 4 ວັນທຳອິດຂອງ ວັນພັກຍາວ ເນື່ອງໃນໂອກາດວັນຊາດຈີນ, ຄິດເປັນ 78,4% ຂອງຊ່ວງເວລາດຽວກັນຂອງປີຜ່ານມາ.
ຂະນະທີ່ລາຍໄດ້ຈາກການທ່ອງທ່ຽວຈາກ 4 ວັນນັ້ນສູງເຖິງ 3 120 ລ້ານຢວນ, ຄິດເປັນ 68,9% ຂອງຈຳນວນເງິນຈາກການທ່ອງທ່ຽວຂອງວັນພັກຍາວດຽວກັນຂອງປີທີ່ແລ້ວ.
ໃນວັນອາທິດພຽງວັນດຽວ ສະຖານທີ່ທ່ອງທ່ຽວຂອງຈີນມີຜູ້ເຂົ້າໄປທ່ອງທ່ຽວຫຼາຍກ່ວາ 110 ລ້ານຄົນ. ໂດຍມີລາຍໄດ້ຈາກການທ່ອງທ່ຽວ ພາຍໃນປະເທດຢູ່ທີ່ 80790 ລ້ານຢວນ ໃນຊວງວັນຢຸດຍາວເນື່ອງໃນວັນຊາດຈີນ ຊຶ່ງເປັນເວລາ 8 ວັນ.