ຄວາມລວຍຍັງກະຈຸກ ຄວາມທຸກຍັງກະຈາຍ
ໂດຍ: ທິດກໍ່າ
ໃນວັນທີ 25 ກັນຍາ 2020 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນຂຶ້ນຢ່າງເປັນທາງການ. ໃນກອງປະຊຸມຄັ້ງນີ້, ນອກຈາກໄດ້ຄົ້ນຄວ້າປຶກສາຫາລື ແລະ ສະຫລຸບຜົນການເຄື່ອນໄຫວໃນໄລຍະຫລາຍປີຜ່ານມາແລ້ວ ຍັງໄດ້ວາງທິດທາງການເຄື່ອນໄຫວ ແລະ ຄັດເລືອກແຕ່ງຕັ້ງເອົາຄະນະບໍລິຫານງານຊຸດໃໝ່ຈຳນວນ 51 ທ່ານດ້ວຍຜົນສຳເລັດ. ທັງນີ້ກໍເພື່ອຮັບປະກັນໃຫ້ພາລະກິດຕາມພາລະບົດບາດຂອງອົງກອນເດີນໜ້າເຂັ້ມຂງດໄປຕາມຍຸກສະໄໝໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາພວມເລັ່ງລັດສ້າງສາພັດທະນາບ້ານເມືອງໃຫ້ຫລຸດພົ້ນຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ.
ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ເປັນກຽດເຂົ້າຮ່ວມ ແລະ ມີຄຳເຫັນຕໍ່ກອງປະຊຸມຫລາຍບັນຫາ ເຊິ່ງໜຶ່ງໃນກະທູ້ທີ່ສຳຄັນນັ້ນ ກໍຄືພາກທຸລະກິດຕ້ອງເປັນເສົາຄ້ຳເພື່ອຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະເທດຊາດ ແລະ ປະຊາຊົນ. ອັນສຳຄັນທີ່ສຸດແມ່ນໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຍັງຢູ່ໃນສະພາວະ “ຄວາມລວຍຍັງກະຈຸກ ຄວາມທຸກຍັງກະຈາຍ”, ຊ້ຳບໍ່ໜຳ ພັດຍັງມີໂຣກລະບາດໂຄວິດ-19 ມາກົດໜ່ວງທຳລາຍລະບົບເສດຖະກິດ-ສັງຄົມຂອງປະເທດຢ່າງໃຫຍ່ຫລວງ. ຕໍ່ສະພາບການດັ່ງກ່າວ ມັນຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ພາກັນຄິດ ເພື່ອພ້ອມກັນຊອກຫາທາງອອກທີ່ສອດຄ່ອງ ແລະ ມີຜົນສຳເລັດໃນພາກທຸລະກິດໃຫ້ເຕີບໃຫຍ່ຍິ່ງຂຶ້ນ ດ້ວຍມູນຄ່າເພີ່ມຈາກນະວັດຕະກຳແຫ່ງຄວາມຄິດແບບໃໝ່ ເປັນຕົ້ນຫັນປ່ຽນແນວຄິດຈາກສະພາບປົກກະຕິໃນເມື່ອກ່ອນຫັນມາຄິດແບບສ້າງສັນ, ມືອາຊີບ, ມອງການໄກ ແລະ ຫັນມາສາມັກຄີຊ່ວຍເຫລືອກັນໃນຍາມປະເທດຊາດຫຍຸ້ງຍາກ ອັນເນື່ອງຈາກວ່າພວກເຮົາພ້ອມກັນຢູ່ໃນເຮືອລຳດຽວທີ່ກຳລັງລ່ອງລອຍໄປດ້ວຍຄວາມອ່ອນໄຫວ, ລັດກັບປະຊາຊົນຕ້ອງຮ່ວມແຮງຮ່ວມໃຈພ້ອມກັນຖໍ່, ຮ່ວມກັນພາຍ ບໍ່ປະປ່ອຍໃຫ້ຜູ້ຢູ່ທ້າຍທັງເປ້, ທັງແບກ, ທັງຫາຍ, ທັງຖໍ່, ທັງພາຍ ເພື່ອຕ້ານກັບຄວາມສ່ຽງ ຖ້າບໍ່ດັ່ງນັ້ນ ເຮືອເຮົາຈະງ່ຽງຊ້າຍງ່ຽງຂວາ. ພວກເຮົາຕ້ອງພ້ອມກັນຕ້ານກັບຄວາມສ່ຽງ ແລະ ຕໍ່ສູ້ຢ່າງມີສະຕິທຸ່ນທ່ຽງ ເພື່ອຫລີກແກ້ງເຫວນ້ຳບໍ່ໃຫ້ຈົມ. ນີ້ຄືບາງຄຳເຫັນທີເດັດຂອງທ່ານນາຍົກລັດຖະມົນຕີ ທີ່ໄດ້ກ່າວຕໍ່ຜູ້ແທນນັກທຸລະກິດທຸກທ່ານນະກອງປະຊຸມໃຫຍ່ໃນມື້ນັ້ນ.
ສ່ວນຄວາມໝາຍທີ່ວ່າ: “ຄວາມລວຍຍັງກະຈຸກ ຄວາມທຸກຍັງກະຈາຍ” ນັ້ນ ມັນກໍໝາຍຄວາມວ່າ: ຄວາມລ້ຳລວຍຂອງພາກທຸລະກິດຢູ່ບ້ານເຮົາມັນຍັງບໍ່ທັນໄດ້ເຊື່ອມໂຍງເຈືອຈານເຖິງປະຊາຊົນ ແລະ ສັງຄົມຢ່າງສົມບູນແບບຮັ່ງມີເຂັ້ມແຂງໃຫ້ປະເທດຊາດໄດ້ຢ່າງເຕັມທີ່, ຍັງຢູ່ໃນຂອບເຂດອັນຈຳກັດ ແລະ ລົ້ມລຸກຄຸກຄານ ຍ້ອນວ່າຄວາມລ້ຳລວຍເຫລົ່ານັ້ນຍັງມີຢູ່ໃນຕົວເມືອງໃຫຍ່, ໃນສະເພາະຕົວບຸກຄົນ ແລະ ກຸ່ມຄົນສ່ວນໜ້ອຍ ແຕ່ປະຊາຊົນທີ່ຍັງທຸກຍາກລຳບາກຕາມເຂດຊົນນະບົດສອກຫລີກຫ່າງໄກຍັງມີຄວາມທຸກຝືດເຄືອງຢ່າງຫລວງຫລາຍ.
ແນວໃດກໍຕາມ, ຕະຫລອດໄລຍະ 40 ກວ່າປີມານີ້ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານເຮົາໄດ້ວາງແນວທາງ, ທິດທາງໃນແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ ເພື່ອເປົ້າໝາຍລຶບລ້າງປະເທດຊາດອອກຈາກຄວາມທຸກຈົນນັ້ນ ເຫັນວ່າການເປີດກວ້າງການລົງທຶນທັງພາຍໃນ ແລະ ຕ່າງປະເທດນັບມື້ເພີ່ມຂຶ້ນ ແລະ ຂະຫຍາຍຕົວຢ່າງໄວວາ. ພັກ-ລັດຖະບານໄດ້ສ້າງເງື່ອນໄຂໃຫ້ຜູ້ປະກອບການໃນທຸກຂົງເຂດວຽກງານ, ກິດຈະການນ້ອຍໃຫຍ່ ເຊິ່ງມາຮອດປັດຈຸບັນນີ້ ການເຕີບໃຫຍ່ພາກທຸລະກິດໃນທຸກຂະແໜງການໄດ້ເພີ່ມຂຶ້ນຢ່າງຫລວງຫລາຍໃນແຕ່ລະປີໃນທົ່ວປະເທດ. ປັດຈຸບັນ ສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໂຣຄາພະຍາດກາຍເປັນສິ່ງທ້າທາຍໃໝ່ໃຫ້ແກ່ນັກທຸລະກິດຢູ່ບ້ານເຮົາຢ່າງໃຫຍ່ຫລວງ.
ເພາະສະນັ້ນ, ຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ມັນຈຶ່ງກາຍເປັນຫົວຂໍ້ຂອງຫລັກປັດຊະຍາທີ່ນັກທຸລະກິດລາວທຸກຄົນທີ່ຕ້ອງໄດ້ພ້ອມກັນຄົ້ນຄິດ, ຄົ້ນຄວ້າ ແລະ ພ້ອມກັນປະຕິບັດໄປຄວບຄູ່ກັບພຶດຕິກຳຕົວຈິງໃຫ້ກາຍເປັນພາລະກິດຢ່າງມີຜົນສຳເລັດໃນເງື່ອນໄຂທີ່ປະເທດຊາດຂອງພວກເຮົາຍັງທຸກຍາກ ແລະ ດ້ອຍພັດທະນາ.
ເຖິງຢ່າງໃດກໍດີ, ໃນອະນາຄົດຕໍ່ໜ້ານີ້ ຜ່ານກອງປະຊຸມໃຫຍ່ຄັ້ງທີ VIII ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດກໍຫວັງຢ່າງຍິ່ງວ່າ ນັກທຸລະກິດລາວເຮົາທັງຍິງທັງຊາຍ, ທັງຮຸ້ນນ້ອຍຮຸ້ນໃຫຍ່, ທັງເຖົ້າທັງແກ່ທຸກສາຂາອາຊີບຈະປະສົບຜົນສຳເລັດໃນພາລະກິດຂອງຕົນຢ່າງໃຫຍ່ຫລວງ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມເສດຖະກິດຂອງລາວໃຫ້ເປັນໄປຕາມຄຳເຫັນຂອງທ່ານນາຍົກລັດຖະມົນຕີ ແລະ ສ້າງຊາດບ້ານເມືອງໃຫ້ຈະເລີນຮຸ່ງເຮືອງໃນອະນາຄົດ.