WHO ຄາດ 10% ຂອງພົນລະເມືອງໂລກອາດຕິດໂຄວິດ-19 ຫລັງຫລາຍພາກພື້ນຜະເຊີນການລະບາດຮອບໃໝ່
ໃນວັນທີ 5 ຕຸລານີ້, ທ່ານ ໄມ ໄຣອັນ ຫົວໜ້າໜ່ວຍສຸກເສີນຂອງອົງການອະນາໄມໂລກ (WHO) ຄາດວ່າສະຖານະການການແຜ່ລະບາດຂອງໂຄວິດ-19 ໃນຕອນນີ້ອາດມີພົນລະເມືອງໂລກປະມານ 10% ຕິດໂຄວິດ-19 ໂດຍຫລາຍພາກພື້ນກຳລັງຜະເຊີນການລະບາດຮອບໃໝ່ ເຊິ່ງເປັນສັນຍານບົ່ງບອກວ່າ: ພື້ນທີ່ສ່ວນໃຫຍ່ຂອງໂລກຍັງຕົກຢູ່ໃນຄວາມສ່ຽງຈາກພະຍາດລະບາດຊະນິດນີ້.
ທ່ານ ໄຣອັນ ຊີ້ວ່າ: ປັດຈຸບັນຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກໂຄວິດ-19 ກຳລັງເພີ່ມສູງຂຶ້ນອີກໃນປະເທດເຂດເອີຣົບ, ອາຊີຕາເວັນອອກສຽງໃຕ້, ເມດິເຕີເຣນຽນ. ຂະນະທີ່ອາຟຣິກາ ແລະ ປາຊີຟິກຕາເວັນຕົກສະຖານະການການແຜ່ລະບາດເລີ່ມເບິ່ງເຫັນສັນຍານບວກ. ພ້ອມເນັ້ນວ່າ: ອະນາຄົດຂອງພວກເຮົາຂຶ້ນຢູ່ກັບການຮ່ວມມືຂອງທຸກພາກສ່ວນທີ່ຈະໃຊ້ຮັບມື ແລະ ຮັກສາຊີວິດຂອງພົນລະເມືອງໂລກຮ່ວມກັນ.
ຫລ້າສຸດການແຜ່ລະບາດຜ່ານມາດົນກວ່າ 9 ເດືອນ ທົ່ວໂລກມີຜູ້ຕິດເຊື້ອສະສົມ 35,3 ລ້ານຄົນແລ້ວ (35.346.526 ຄົນ), ປິ່ນປົວຫາຍ 26,8 ລ້ານກວ່າຄົນ (26.856.912 ຄົນ) ຫລື 75% ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 1.039.199 ຄົນ ອັດຕາການເສຍຊີວິດປະມານ 2,95%.
ອາເມລິກາຍັງເປັນປະເທດທີ່ພົບຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນໂລກ (7.453.582 ຄົນ), ຂະນະທີ່ອິນເດຍຢູ່ອັນດັບ 2 (6.623.815 ຄົນ), ຖັດມາແມ່ນເບຣຊິນ (4.915.289 ຄົນ), ຣັດເຊຍ (1.219.796 ຄົນ) ແລະ ໂກລອມເບຍ (855.052 ຄົນ) ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 181 ຈາກ 193 ປະເທດທົ່ວໂລກ.