ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ

ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ -                                                                       4                                               60 - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ
ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - kitchen vibe - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ

ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ໄດ້ໝູນວຽນມາອີກວາລະໜຶ່ງ, ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ຢາກພັດທະນາປະເທດຊາດໃຫ້ຈະເລີນໄດ້ນັ້ນ ກ່ອນອື່ນຕ້ອງເອົາໃຈໃສ່ພັດທະນາການສຶກສາ ແລະ ຢາກພັດທະນາການສຶກສາໃຫ້ມີຄຸນນະພາບ, ປັດໄຈສໍາຄັນກ່ອນອື່ນໝົດ ຕ້ອງແມ່ນພັດທະນາຄູ, ເນື່ອງຈາກບົດບາດຂອງຄູມີຄວາມສຳຄັນຫລາຍ ຕໍ່ການພັດທະນາ ຊັບພະຍາ ກອນມະນຸດ, ນອກຈາກຈະເປັນຜູ້ສິດສອນຖ່າຍທອດຄວາມຮູ້ ແລະ ສຶກສາອົບຮົມໃຫ້ນັກຮຽນ-ນັກສຶກສາແລ້ວ, ຄູຍັງໄດ້ປະກອບສ່ວນຫລາຍວຽກງານຢູ່ໃນສັງຄົມ ເຊັ່ນ: ເປັນນັກພັດທະນາກອນ, ເປັນເສນາທິການໃຫ້ແກ່ອຳນາດການປົກຄອງທ້ອງຖີ່ນ, ເປັນຜູ້ນຳເອົານະໂຍບາຍ ແລະ ນະວັດຕະກຳໃໝ່ໆ ລົງສູ່ຊຸມຊົນ ແລະ ອື່ນໆ.

ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - 68 300x200 - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ

ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - Visit Laos Visit SALANA BOUTIQUE HOTEL - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ
ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - Visit Laos Visit SALANA BOUTIQUE HOTEL - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ

ທ່ານ ເກດ ພັນລັກ ກ່າວຕື່ມວ່າ: ໃນໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ປະຕິບັດຍຸດທະສາດການສ້າງຄູ, ໂດຍມີການປັບປຸງລະບົບການກໍ່ສ້າງຄູໄປ  ຕາມສາຍຮຽນ ເຊັ່ນ: ມີການກໍ່ສ້າງຄູອະນຸບານ ຕາມສາຍແຕ່ຊັ້ນກາງຈົນເຖິງປະລິນຍາຕີ, ການກໍ່ສ້າງຄູປະຖົມ ແລະ ມັດທະຍົມ ກໍໄດ້ມີລັກສະນະເຊັ່ນດຽວກັນ, ອັນໄດ້ເຮັດໃຫ້ຄູໄດ້ຮັບການຍົກລະດັບວິຊາສະເພາະຂອງຕົນຕາມສາຍທີ່ໄດ້ຮຽນຈົບມາ.

ພ້ອມກັນນີ້, ເພື່ອຕອບສະໜອງໃຫ້ແກ່ການຂະຫຍາຍຕົວຂອງການສຶກສາ ໃນເຂດຫ່າງໄກສອກຫລີກ, ການກໍ່ສ້າງຄູກໍໄດ້ຮັບການປັບປຸງ ແລະ ພັດທະນາພິເສດເພື່ອຊ່ວຍໃຫ້ຄູໄດ້ມີກຳລັງໃຈ ແລະ ມີຄວາມພູມໃຈຕໍ່ອາຊີບຄູ ລັດຖະບານ ກໍໄດ້ອອກດໍາລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 177 ເຊິ່ງເປັນການປັບປຸງຂັ້ນເງິນເດືອນຂອງຄູ ແລະ ເງິນອຸດໜູນອາຊີບຄູໃຫ້ສູງຂື້ນ ໂດຍສະເພາະແມ່ນຄູອະນຸບານ ແລະ ຄູປະຖົມ. ພ້ອມທັງໄດ້ເອົາໃຈໃສ່ ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍຕໍ່ຄູທີ່ສອນດີ, ສອນເກັ່ງໄປທັດສະນະສຶກສາ ແລະ ຖອດຖອນບົດຮຽນໃນແຕ່ລະປີ. ນອກຈາກນີ້, ເພື່ອແກ້ໄຂສະພາບບັນຫາຄູເຫລືອບໍ່ພໍ, ຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນ ໄດ້ມີຄວາມພະ ຍາຍາມສູງ ເພື່ອຈັດສັນຊັບຊ້ອນບັນຈຸລັດຖະກອນຄູ ບ່ອນທີ່ເຫລືອໄປສູ່ບ່ອນທີ່ຄູບໍ່ພຽງພໍ ແລະ ຈັດຕັ້ງການສອບ ເສັງຄັດເລືອກເອົານັກຮຽນ-ນັກສຶກສາ ທີ່ຮຽນຈົບໃໝ່ ເພື່ອບັນຈຸເຂົ້າເປັນລັດຖະກອນຄູ.

ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - F teacher 300x200 - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດພາບປະກອບ

ທ່ານ ເກດ ພັນລັກ ຍັງໄດ້ຕີລາຄາວ່າ: ຜ່ານມາເຖິງວ່າ ສະພາບເສດຖະກິດ ໄດ້ພົບກັບຄວາມຫຍຸ້ງຍາກຫລາຍປະການ, ສະເພາະປີນີ້ ພັດມີການລະບາດຂອງພະຍາດໂຄວິດ-19 ຊຶ່ງມີຜົນກະທົບໂດຍກົງຕໍ່ການຈັດການຮຽນ-ການສອນ, ແຕ່ດ້ວຍຄວາມເຊື່ອໝັ້ນ, ຕໍ່ອຸດົມການຂອງພັກ, ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ, ໄດ້ອຸທິດສະຕິປັນຍາ, ເຫື່ອແຮງຕໍ່ການປະຕິບັດໜ້າທີ່ການສິດສອນຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນ, ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາ ໄດ້ຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ ເຂດຫ່າງໄກສອກ ຫລີກ ແລະ ຕາໜ່າງການສຶກສາໄດ້ຂະຫຍາຍຕົວໄປທົ່ວປະເທດ.

ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - 3 - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ
ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - 4 - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ
ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ - 5 - ວຽກງານກໍ່ສ້າງຄູຢູ່ປະເທດເຮົາມີບາດກ້າວຂະຫຍາຍຕົວຊ່ວຍຕາໜາງການສຶກສາທົ່ວປະເທດ