ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 5 ຕຸລາ 2020
- ນະຄອນຫລວງປາຣີ ແລະ ນິວຢອກ ໄດ້ກັບມາໃຊ້ມາດຕະການ Lockdowns ຢ່າງເຂັ້ມງວດອີກ ຫລັງຈາກຈຳນວນຜູ້ຕິດເຊື້ອທົ່ວເມືອງເພີ່ມສູງຂຶ້ນ ໂດຍຝຣັ່ງມີການບັນທຶກຜູ້ຕິດເຊື້ອໃໝ່ຫລາຍກວ່າ 12.000 ຄົນ/ມື້. ຂະນະທີ່ພວກເຂົາປະກາດພາວະສຸກເສີນຂອງການລະບາດໃນລະດັບສູງສຸດ ແລະ ຮ້ານບັນເທີງຈະປິດໃຫ້ບໍລິການນັບແຕ່ວັນທີ 6 ຕຸລາເປັນຕົ້ນໄປ.
ສ່ວນຢູ່ນິວຢອກ ໄດ້ກັບມາໃຊ້ຂໍ້ຈຳກັດອີກ ສຳລັບເຂດເລືອກຕັ້ງ 2 ເຂດພາຍໃນເມືອງຄື Brooklyn and Queens ເຊິ່ງສົ່ງຜົນກະທົບຕໍ່ໂຮງຮຽນ, ຮ້ານອາຫານ, ຮ້ານບັນເທີງ-ເທັກ ແລະ ອື່ນໆ.
ຂະນະດຽວກັນ ຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນທົ່ວໂລກທະລຸ 35 ລ້ານຄົນຮຽບຮ້ອຍແລ້ວ.
- ຄວາມສັບສົນຢ່າງເລິກເຊິ່ງໄດ້ເກີດຂຶ້ນກ່ຽວກັບສະຖານະສຸຂະພາບຂອງປະທານາທິບໍດີ ໂດນັລ ທຣຳ ເຊິ່ງກຳລັງຮັບການປິ່ນປົວຢູ່ໂຮງໝໍດ້ວຍພະຍາດ COVID-19. ຂະນະທີ່ ທ່ານໂພສວິດີໂອວ່າທ່ານຮູ້ສຶກ “ດີຂຶ້ນຫລາຍ”, ແຕ່ “ການທົດສອບທີ່ແທ້ຈິງ” ສຳລັບອາການຂອງທ່ານຈະມາເຖິງໃນອີກບໍ່ເທົ່າໃດມື້ຕໍ່ໜ້າ.
- ຜູ້ຊ່ວຍຂອງ Ilham Aliyev ປະທານາທິບໍດີຂອງປະເທດ Azerbaijan ກ່າວວ່າ: ພວກເຂົາຈະທຳລາຍເປົ້າໝາຍທາງທະຫານໃນ Armenia ເພື່ອຕອບສະໜອງຕໍ່ການທີ່ຈະຫລວດສັງຫານພົນລະເຮືອນ ແລະ ເຮັດໃຫ້ອີກ 4 ຄົນບາດເຈັບໃນເມືອງ Ganja ຂອງ Azerbaijan.
Armenia ຍັງປະຕິເສດການໂຈມຕີທີ່ເກີດຂຶ້ນ. ຂະນະທີ່ ຄວາມເຄັ່ງຕຶງລະຫວ່າງທັງ 2 ປະເທດໃນພື້ນທີ່ຂັດແຍ່ງ Nagorno-Karabakh ເຊິ່ງເປັນສ່ວນໜຶ່ງຂອງ Azerbaijan ທີ່ Armenia ເຂົ້າຍຶດຄອງບາງສ່ວນໃນປັດຈຸບັນ ມີທ່າອ່ຽງຈະຂະຫຍາຍວົງກວ້າງຂຶ້ນ.
- Harvey Alter, Charles Rice ແລະ Michael Houghton ຄືຜູ້ທີ່ໄດ້ຮັບລາງວັນໂນເບລສາຂາການແພດ ຈາກການຄົ້ນພົບໄວຣັສຕັບອັກເສບ C (Hepatitis C virus) ໂດຍອົງການອະນາໄມໂລກປະເມີນວ່າ ມີຜູ້ຕິດເຊື້ອໄວຣັສຕັບອັກເສບ C ໃໝ່ທົ່ວໂລກຫລາຍກວ່າ 70 ລ້ານຄົນໃນແຕ່ລະປີ ແລະ ມີ 400.000 ຄົນເສຍຊີວິດຈາກພະຍາດນີ້.
Hepatitis C virus ຖືເປັນພະຍາດຊ້ຳເຮື້ອ ແລະ ເປັນສາເຫດສຳຄັນຂອງການອັກເສບຂອງຕັບ ແລະ ພະຍາດມະເຮັງ.
- ຂໍ້ຈຳກັດຂອງຂະແໜງການບໍລິການຢູ່ສະຫະພາບເອີຣົບ ຖືກກຳນົດຂຶ້ນເນື່ອງຈາກການລະບາດຮອບທີ 2 ຂອງ COVID-19. ຂະນະທີ່ເສດຖະກິດພາກເອກະຊົນຂະຫຍາຍຕົວຊ້າລົງໃນເດືອນກັນຍາຕາມທີ່ດັດຊະນີ PMI ຂອງ HIS Markit ສະແດງໃຫ້ເຫັນ ໂດຍຢູ່ເຂດໃຊ້ເງິນເອີຣົບຫລຸດລົງສູ່ລະດັບຕໍ່າສຸດໃນຮອບ 3 ເດືອນຢູ່ທີ່ 50,4. ຂະນະທີ່ຕົວເລກການຈ້າງງານຫລຸດລົງເປັນເດືອນທີ 7 ຕິດຕໍ່ກັນ.
- ຜູ້ປະທ້ວງຫລາຍກວ່າ 1.000 ຄົນລວມຕົວກັນຢູ່ Mexico City ເພື່ອແຫ່ຂະບວນຕໍ່ຕ້ານ Andres Manuel Lopez Obrador ຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງນັບແຕ່ທ່ານກ້າວຂຶ້ນເປັນປະທານາທິບໍດີຂອງເມັກຊິໂກເມື່ອ 2 ປີກ່ອນ.
ກະແສການຄັດຄ້ານ Lopez Obrador ໄດ້ຂະຫຍາຍຕົວຂຶ້ນ ເນື່ອງຈາກທ່ານມີປະຫວັດການເຮັດວຽກທີ່ບໍ່ດີໃນດ້ານເສດຖະກິດ, ອາດຊະຍາກຳ ແລະ ການແກ້ໄຂ COVID-19.
- ຜູ້ມີສິດເລືອກຕັ້ງໃນ New Caledonia ເຊິ່ງເປັນດິນແດນຂອງຝຣັ່ງ ທີ່ຕັ້ງຢູ່ທາງຕອນໃຕ້ຂອງມະຫາສະໝຸດປາຊີຟິກ ໄດ້ປະຕິເສດເອກະລາດໃນການລົງປະຊາມະຕິຂອງປະຊາຊົນ.
ຄຳຕອບທີ່ວ່າ: “ບໍ່ຕ້ອງການເອກະລາດ” ໄດ້ຮັບຄະແນນສຽງສ່ວນຫລາຍ 53,26% ເຊິ່ງເປັນອັດຕາຂອງໄຊຊະນະທີ່ໜ້ອຍກວ່າໃນການສຳຫລວດຄັ້ງຫລ້າສຸດ ເຊິ່ງຈັດຂຶ້ນໃນປີ 2018.
ຜົນທີ່ຕາມມາຈະຊ່ວຍບັນເທົາຄວາມກັງວົນໃຫ້ລັດຖະບານຂອງປະທານາທິບໍດີ Emmanuel Macron ເຊິ່ງກ່ອນໜ້ານີ້ຢ້ານວ່າການເປັນອິດສະຫລະຂອງໝູ່ເກາະທີ່ມີປະຊາກອນບອບບາງ ຈະເຮັດໃຫ້ອິດທິພົນຂອງຝຣັ່ງໃນພາກພື້ນນີ້ອ່ອນແອລົງ.
- ຊາວເບລາຣຸສຫລາຍກວ່າ 10.000 ຄົນຍັງອອກໄປປະທ້ວງໃນເມືອງຫລວງ Minsk ເພື່ອຕໍ່ຕ້ານ Alexander Lukashenko ໃນທ້າຍອາທິດອີກ. ຂະນະທີ່ຕຳຫລວດໃຊ້ປືນສີດນ້ຳຂະໜາດໃຫຍ່ (Water Cannon) ຍິງໃສ່ຜູ້ຊຸມນຸມທີ່ຮຽກຮ້ອງໃຫ້ລັດຖະບານປົດປ່ອຍນັກໂທດທາງການເມືອງ, ແຕ່ພວກເຂົາຍັງຈັບກຸມເພີ່ມອີກຢ່າງໜ້ອຍ 10 ຄົນ.