ປະມານ 10% ຂອງປະຊາກອນໂລກ ຕິດເຊື້ອໂຄວິດ-19 ແລ້ວ
October 6, 2020 - 2:33 PM
ລາຍງານຂ່າວຈາຕ່າງປະເທດ ວັນທີ 5 ຕຸລານິ້ ໃຫ້ຮູ້ວ່າ: ອົງການອະນາໄມໂລກ(WHO) ຢືນຢັນວ່າ: ອາດມີປະຊາກອນໂລກ ປະມານ 10% ຕິດເຊື້ອໂຄໂຣນາ, ຈຶ່ງມີຄວາມສ່ຽງເຮັດໃຫ້ປະຊາກອນໂລກທີ່ຍັງເຫຼືອ ອາດຕິດເຊື້ອໄດ້ງ່າຍ.
Reuters, ໃຫ້ຮູ້ວ່າ: ທ່ານ Mike Ryan ຫົວໜ້າໂຄງການແພດສຸກເສີນໃນທົ່ວໂລກຂອງ ອົງການອະນາໄມໂລກ ໃຫ້ຮູ້ວ່າ: ພະຍາດໂຄໂຣນາ ກຳລັງລະບາດໜັກຢູ່ຫຼາຍຂົງເຂດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຜູ້ເສຍຊີວິດກໍກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ໃນ ເອີຣົບ ແລະ ທາງພາກຕາເວັນອອກຂອງ ເມດີເຕີເຣນຽມ.
ທ່ານ Mike Ryan ກ່າວວ່າ: “ການປະເມີນຂອງພວກເຮົາໃຫ້ເຫັນວ່າ ມີປະມານ 10% ຂອງປະຊາກອນໂລກ ຕິດເຊື້ອໂຄໂຣນາ ໄວຣັດແລ້ວ. ອັດຕາສ່ວນດັ່ງກ່າວ ມີການປ່ຽນແປງທີ່ແຕກຕ່າງກັນໃນແຕ່ລະປະເທດ, ແຕ່ລະຂົງເຂດ. ອັນນັ້ນກໍເທົ່າກັບວ່າ ປະຊາກອນໂລກສ່ວນທີ່ຍັງເຫຼືອມີຄວາມສ່ຽງທີ່ສຸດໃນການຕິດເຊື້ອ”.