ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ

- Time fo an Adventure 2020 10 06T152052 - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ
- kitchen vibe - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ

ໂດຍ: ລູກເມືອງພວນ

ກ່ອນອື່ນໝົດກໍຕ້ອງຂໍໂທດນຳທ່ານຜູ້ອ່ານທຸກຄົນ, ການທີ່ເວົ້າແບບນີ້ ບໍ່ແມ່ນເໝົາລວມເດັກນ້ອຍ ຫຼື ຄົນລາວທຸກຄົນ, ໝາຍເຖິງວ່າມີເດັກນ້ອຍລາວ ແລະ ຄົນລາວຊາວໜຸ່ມຈຳນວນໜຶ່ງເທົ່ານັ້ນ ທີ່ມັກໃຊ້ພາສາໄທ ແທນພາສາລາວ ໃນເວລາສື່ສານກັບຄົນລາວດ້ວຍກັນເອງ, ອາດ ຈະເປັນການເວົ້າຢອກໄຍກັນ ຫຼື ອາດຈະເປັນສື່ສານທາງຂຽນ, ທາງວາຈາ ກໍເຫັນແຜ່ຫຼາຍທົ່ວໄປໃນສັງຄົມລາວທຸກມື້ນີ້.

- Visit Laos Visit SALANA BOUTIQUE HOTEL - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ
- Visit Laos Visit SALANA BOUTIQUE HOTEL - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ

ເວົ້າແບບນີ້ ບໍ່ໝາຍຄວາມວ່າ ຫ້າມ ບໍ່ໃຫ້ເວົ້າພາສາໄທ ຫຼື ພາສາຕ່າງປະເທດອື່ນດອກ, ແຕ່ຄວນໃຊ້ໃຫ້ຖືກກາລະເທສະນັ້ນເອງ. ແຕ່ອັນນີ້ຕີ, ບໍ່ຮູ້ວ່າກາລະເທສະໃດ ກໍເວົ້າພາສາໄທ ເປັນການສື່ສານແທນພາສາລາວໄປເລີຍ. ແມ່ນແຕ່ເດັກນ້ອຍໆ ອານຸຊົນ, ເຍົາວະຊົນ ຍິ່ງເວົ້າພາສາໄທໄດ້ຢ່າງລ່ຽບໄຫຼ, ຄ່ອງແຄ້ວດີ ແລະ ກໍໃຊ້ເປັນປະຈຳ ຈົນຈະກາຍເປັນພາສາແມ່ໄປແລ້ວ.

ທຸກຄົນອາດຮູ້ດີວ່າ ເປັນຫຍັງເດັກນ້ອຍລາວ ແລະ ຊາວໜຸ່ມລາວຈຳນວນໜຶ່ງ ຈຶ່ງມັກເວົ້າແຕ່ພາສາໄທ ແລະ ຍັງເວົ້າໄດ້ຢ່າງຄ່ອງແຄ້ວ ລ່ຽນໄຫຼ ອີກດ້ວຍ. ໃນເປືອກນອກພວກເຮົາຮູ້ດີແລ້ວວ່າ: ຄົນລາວໃຊ້ເຄື່ອງຂອງ ສິນຄ້າຂອງໄທເປັນສ່ວນໃຫ່ຍ, ເບິ່ງໂທລະທັດໄທ, ຟັງເພງໄທ, ເບິ່ງລະຄອນໄທ, ໄປທ່ຽວໄທ… ຈຶ່ງເຮັດໃຫ້ຄົນລາວຈຳຕ້ອງໄດ້ຮູ້ພາສາໄທໄດ້ຢ່າງຄ່ອງແຄ້ວ ຈົນລຶ້ງປາກ.

ການທີ່ຮູ້ພາສາຕ່າງປະເທດ ແມ່ນເປັນການດີ ແລະ ຄວນສົ່ງເສີມຄົນລາວໃຫ້ຮູ້ພາສາຕ່າງປະເທດຫຼາຍໆ ພາສາຍິ່ງເປັນການດີ, ທັງນີ້ ເພື່ອຮັບໃຊ້ໃນການສຶກສາຮໍ່າຮຽນ, ຄົ້ນຄ້ວາວິທະຍາສາດ ວິທະຍາການ, ຄົບຄ້າສັງຄົມ, ພົບປະສ້າງສັນ ໂດຍທາງການ ແລະ ບໍ່ເປັນທາງການ. ແຕ່ສິ່ງທີ່ສຳຄັນ, ການໃຊ້ພາສານັ້ນ ແມ່ນໃຊ້ເພື່ອຈຸດປະສົງຫຍັງ? ໃຊ້ໃນກາລະເທສະໃດ? ກໍລະນີໃດ? ເພື່ອໃຫ້ໄດ້ປະໂຫຍດສູງສຸດ, ແຕ່ຫາກບໍ່ແມ່ນນຳໃຊ້ພາສາຕ່າງປະເທດ ເພື່ອລຶບລ້າງພາສາລາວ ຊຶ່ງເປັນພາສາແມ່ຂອງຕົນເອງ.

ບໍ່ຮູ້ວ່າທາງພາກສ່ວນກ່ຽວຂ້ອງ ເຊັ່ນ ຂະແໜງການສຶກສາ ເຫັນບັນຫາແລ້ວ ຫຼື ຍັງ? ຖ້າຍັງ ຈົ່ງຟ້າວຕື່ນມາ ເພື່ອຫາວິທີການສະກັດກັ້ນ ໃຫ້ທັນການ ຖ້າບໍ່ດັ່ງນັ້ນກໍຈະເສຍຊາດໂດຍບໍ່ຮູ້ເມື່ອຄິງ “ພາສາບອກຊາດ ມາລະຍາດບອກຕະກຸນ”,  “ເສຍພາສາ ກໍເທົ່າກັບວ່າເສຍຊາດ” ນັ້ນເອງ. ຖ້າຫາກຮູ້ແລ້ວ, ຄວນຈະມີທິດທາງ, ວິທີການແນວໃດ ໃນໂຄງການຫຼັກສູດການຮຽນ-ການສອນແນວໃດ ເພື່ອໃຫ້ເດັກລາວເວົ້າພາສາລາວ ໄດ້ຢ່າງຖືກຕ້ອງ ຄ່ອງແຄ້ວ ເພື່ອອະນຸລັກຮັກສາພາສາແມ່ໃຫ້ຍືນຍົງ ແລະ ພັດທະນາໃຫ້ມີຄວາມອຸດົມສົມບູນຂຶ້ນເລື້ອຍໆ.

ພວກເຮົາຕ້ອງສຶກສາອົບຮົມໃຫ້ເດັກລາວມີນໍ້າໃນຮັກຊາດ, ມີຈິດໃຈຊາດ, ມີຄວາມເປັນຊາດ ແລະ ມີສະຕິຊາດທີ່ສູງສົ່ງ ແຕ່ເວລາຍັງຢູ່ຊັ້ນປະຖົມ. ດັ່ງທີ່ປະທານໂຮ່ຈິມິນ ສອນໄວ້ວ່າ: “ການສອນເດັກ, ກ່ອນອື່ນໝົດແມ່ນສອນຄຸນສົມບັດໃຫ້ເດັກ. ຢູ່ໃນຊັ້ນປະຖົມຕ້ອງສຶກສາໃຫ້ເດັກມີນໍ້າໃຈຮັກຊາດ, ຮັກປະຊາຊົນ, ຮັກວິທະຍາສາດ ແລະ ຮັກເຄື່ອງຂອງສ່ວນລວມ”.

- 3 - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ
- 5 - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ
- 4 - ຫນ້າເປັນຫ່ວງການໃຊ້ພາສາຊອດກະຈາໄທ ຂອງເດັກນ້ອຍລາວເຮົາ