ໂຮງຮຽນ ວິຣະຖາວອນ ສະຫລອງວັນຄູແຫ່ງຊາດ 7 ຕຸລາ

ໃນວັນທີ 6 ຕຸລານີ້, ໂຮງຮຽນ ວິຣະຖາວອນ ໄດ້ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ (7/10/1994-7/10/2020) ເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງຄູ-ອາຈານທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງຊາດ.
ໃນພິທີ, ທ່ານ ນາງ ນີລາວັນ ວິຣະຖາວອນ ອຳນວຍການໂຮງຮຽນດັ່ງກ່າວ ໄດ້ມີຄຳເຫັນວ່າ: ຄູເປັນຜູ້ມີບົດບາດໃນສັງຄົມ, ເປັນຜູ້ໃຫ້ຄວາມຮູ້ ແລະ ຄຸນສົມບັດອັນດີໃຫ້ແກ່ນັກຮຽນ. ພ້ອມນັ້ນຄູຍັງເປັນຜູ້ທຸ້ມເທທຸກແຮງກາຍແຮງໃຈໃນການອົມຮົມບົ່ມສອນລູກສິດຂອງຕົນ, ຄຳວ່າ “ຄູ” ບໍ່ແມ່ນເປັນພຽງຜູ້ສອນໃນຫ້ອງຮຽນ ແຕ່ຄູຄືຜູ້ທີ່ປະຕິບັດຕົນເປັນແບບຢ່າງໃຫ້ແກ່ນັກຮຽນຢູ່ທຸກເວລາ.
ເນື່ອງໃນໂອກາດອັນມີຄວາມໝາຍສຳຄັນນີ້ທາງໂຮງຮຽນໄດ້ຈັດງານ ລາຕີ ແລະ ກິລາ ຂຶ້ນ ເພື່ອເປັນຂອງຂວັນ, ເປັນແຮງບັນດານໃຈໃຫ້ແກ່ຄູ-ອາຈານທີ່ໄດ້ປະກອບສ່ວນປະຕິບັດໜ້າທີ່ຢ່າງໜັກໜ່ວງໃນຜ່ານມາ ພ້ອມທັງຫວັງວ່າໃນປີຕໍ່ໜ້າພວກເຮົາຍັງສືບຕໍ່ປະຕິບັດໜ້າທີ່ອັນມີກຽດສະຫງ່ານີ້ໃຫ້ນັບມື້ດີຂຶ້ນເພື່ອໃຫ້ກ້າວສູ່ເປົ້າໝາຍ, ກາຍເປັນໂຮງຮຽນອັນດັບແຖວໜ້າຂອງປະເທດ ແລະ ສ້າງໂຮງຮຽນທີ່ພຽບພ້ອມໄປດ້ວບຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດດີເລີດ.