ມຽນມາກຽມຝຶກຊ້ອມ ແລະ ທົດສອບສ້າງຄວາມໝັ້ນໃຈ ໃຫ້ປະຊາຊົນເລືອກຕັ້ງປອດໄພໃນຊ່ວງໂຄວິດ-19 ລະບາດ
ທ່ານ ນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງມຽນມາ ກ່າວຜ່ານການຖ່າຍທອດສົດທາງໂທລະພາບໃນວັນທີ 5 ຕຸລາວ່າ: ມຽນມາກຳລັງກະກຽມເພື່ອໃຫ້ປະຊາຊົນສາມາດລົງຄະແນນສຽງໃນການເລືອກຕັ້ງລັດຖະບານຢ່າງປອດໄພ ທ່າມກາງການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
“ພວກເຮົາຈະທົດສອບການດຳເນີນງານຕ່າງໆ ຕາມທີ່ຈະເກີດຂຶ້ນແທ້ໃນມື້ເລືອກຕັ້ງໃນໜ່ວຍເລືອກຕັ້ງຕ່າງໆ ແລະ ຈະມີການຝຶກຊ້ອມເພື່ອຫາວິທີທີ່ປະຊາຊົນຈະລົງຄະແນນໄດ້ຢ່າງປອດໄພໃນແງ່ຂອງສາທາລະນະສຸກ ໂດຍພວກເຮົາຈະຝຶກຊ້ອມ ແລະ ທົດສອບຢ່າງເປັນລະບົບ” ນາງ ຈູຊີ ກ່າວ. ພ້ອມລະບຸອີກວ່າ: ຈະມີການຈັດການຝຶກຊ້ອມແບບນີ້ 3 ເທື່ອ ກ່ອນຮອດມື້ເລືອກຕັ້ງ ແລະ ຈະໃຊ້ຂໍ້ມູນຈາກການຝຶກທັງ 3 ຄັ້ງນີ້ກຳນົດກົດ ແລະ ຂໍ້ບັງຄັບຢ່າງຮອບຄອບ.
ນາງ ຊູຈີ ຕ້ອງການໃຫ້ປະຊາຊົນເຂົ້າໃຈວ່າ: ການລົງຄະແນນສຽງໃນການເລືອກຕັ້ງທົ່ວໄປເປັນໜ້າທີ່ໃນຖານະພົນລະເມືອງ, ສ່ວນການປະຕິບັດຕາມກົດ ແລະ ຂໍ້ບັງຄັບດ້ານສຸຂະພາບເພື່ອປ້ອງກັນຕົນເອງຈາກໂຄວິດ-19 ຖືເປັນໜ້າທີ່ໃນຖານະພົນລະເມືອງເຊັ່ນກັນ.
ນາງ ຊູຈີ ຍັງຮຽກຮ້ອງໃຫ້ປະຊາຊົນລວມພະລັງກັນເພື່ອເອົາຊະນະໂຄວິດ-19 ແລະ ຮ່ວມມືກັນເພື່ອໃຫ້ການເລືອກຕັ້ງປະສົບຜົນສໍາເລັດ.
ໂດຍການເລືອກຕັ້ງທົ່ວໄປຂອງມຽນມາໃນປີ 2020 ຈະຈັດຂຶ້ນໃນວັນທີ 8 ພະຈິກນີ້ ແລະ ວາລະ 5 ປີຂອງລັດຖະບານພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ (NLD) ຈະສິ້ນສຸດໃນເດືອນມີນາ 2021.
ມາຮອດປັດຈຸບັນ ກະຊວງສາທາລະນະສຸກ ແລະ ກິລາມຽໜມາ ລາຍງານພົບຜູ້ຕິດເຊື້ອໂຄວິດ-19 ຢືນຢັນຜົນແລ້ວທັງໝົດ 18.781 ຄົນ ໂດຍມີຜູ້ເສຍຊີວິດ 444 ຄົນ.