ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ

- Bokeo 27 - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ
- kitchen vibe - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ

ວັນທີ 26 ມິຖຸນານີ້, ແຂວງ ບໍ່ແກ້ວໄດ້ຈັດພິທີຈູດທຳລາຍຢາເສບຕິດຫລາຍກວ່າ 800 ກິໂລ, ໂດຍມີທ່ານ ຈອມສີ ລັດຕະນະ ຮອງເຈົ້າແຂວງໆບໍ່ແກ້ວ, ມີການນຳຂັ້ນແຂວງ, ເມືອງ, ກອງບັນຊາການ ປກຊ-ປກສ ເຂົ້າຮ່ວມ.

 

- Visit Laos Visit SALANA BOUTIQUE HOTEL - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ

- Bokeo 26 - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ

 

 

+ ປກສ ສີສັດຕະນາກຈັບມືກາວອັນຕະລາຍມາດໍາເນີນຄະດີ

+ ເຈົ້າແຂວງບໍລິຄຳໄຊເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າຢູ່ເມືອງປາກກະດິງ

+ ປກສ ໄຊທານີຈັບຜູ້ສໍ້ໂກງຊັບພົນລະເມືອງມາດໍາເນີນຄະດີ

 

ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວໃຫ້ຮູ້ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງບໍ່ແກ້ວວ່າດ້ວຍການອານຸ ຍາດໃຫ້ທຳລາຍຢາເສບຕິດທີ່ຢຶດໄດ້ທີ່ຜ່ານການ ຕັດສິນຂອງສານ.

ເຊິ່ງປະກອບມີຢາບ້າຈຳນວນ 428 ພັນແມັດ, ຝຸ່ນແປ້ງສີຂາວຈຳນວນ 20 ເປົາ, ນ້ຳຢາໄອສ໌ 2 ຖົງນ້ອຍ, ເຮໂຣອິນ ຈຳນວນ 20 ແທ່ງ.

ທ່ານກ່າວຕື່ມວ່າ: ແຂວງ ບໍ່ແກ້ວຍັງມີສະພາບການຊື້- ຂາຍ, ຜູ້ເສບຢາເສບຕິດແຜ່ ຫລາຍ ເຊິ່ງມັນກໍ່ໃຫ້ເກີດຜົນ ກະທົບອັນບໍ່ດີຕໍ່ຄອບຄົວ- ສັງ ຄົມຕາມມາຄື: ເກີດບັນຫາປຸ້ນຈີ້, ຂີ້ລັກ, ງັດແງະ, ຄ້າປະເວນີ ແລະ ອາຊະຍາກຳຕ່າງໆ. ຕໍ່ສະພາບດັ່ງກ່າວພັກ- ລັດຖະບານ ໄດ້ເອົາໃຈໃສ່ຊອກຫາທຸກວິທີທາງໃນການແກ້ໄຂບັນຫາຢາເສບຕິດຢ່າງ ຕໍ່ເນື່ອງເພື່ອໃຫ້ບັນ ຫາຢາເສບຕິດໝົດໄປຈາກສັງຄົມ.

- 3 - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ
- 4 - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ
- 5 - ແຂວງບໍ່ແກ້ວຈູດທຳລາຍຢາເສບຕິດ 800ກວ່າກິໂລ