ຫໍພິພິທະພັນແຫ່ງຊາດເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
ໃນວັນທີ 6 ຕຸລານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີເປີດຫໍພິພິທະພັນແຫ່ງຊາດຫລັງໃໝ່ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ ບ້ານສີວິໄລ ເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອສະໜອງການບໍລິການແຂກພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວຊົມ, ສຶກສາ, ຮຽນຮູ້ປະຫວັດສາດ ແລະ ມໍລະດົກທາງວັດທະນະທໍາທີ່ໂດດເດັ່ນຂອງຊາດລາວ, ແຕ່ແຜ່ນດິນລາວຍຸກດຶກດໍາບັນຈົນເຖິງປັດຈຸບັນ ທີ່ໄດ້ຈັດວາງສະແດງຢູ່ຫໍພິພິທະພັນແຫ່ງນີ້ ໃນທຸກວັນຈັນ-ສຸກ ເວລາ 8:00ໂມງ ຫາ 16:00ໂມງ ດ້ວຍລາຄາປີ້ເຂົ້າຊົມສໍາລັບຄົນລາວ 2.000 ກີບ, ສ່ວນຄົນຕ່າງປະເທດແມ່ນ 10 ພັນກີບ.
ຜູ້ອຳນວຍການຫໍພິິພິທະພັນແຫ່ງນີ້ ໃຫ້ຮູ້ວ່າ: ຫໍພິພິທະພັນແຫ່ງຊາດໃນເມື່ອກ່ອນແມ່ນຫໍວາງສະແດງມູນເຊື້ອ ເຊິ່ງໄດ້ການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 5 ປີ (1975-1980) ຕໍ່ມາໄດ້ປ່ຽນເປັນຫໍພິພິທະພັນປະຕິວັດໃນປີ 1985, ມາຮອດປີ 2000 ໄດ້ຍົກລະດັບຂຶ້ນເປັນຫໍພິພິທະພັນແຫ່ງຊາດ ໂດຍນໍາໃຊ້ອາຄານເກົ່າສ້າງຂຶ້ນໃນປີ 1925 ເຊິ່ງເຫັນວ່າບໍ່ເໝາະສົມ. ມາຮອດປີ 2017 ໄດ້ຍ້າຍມາຢູ່ອາຄານຫລັງໃໝ່ ທີ່ມີການອອກແບບ ແລະ ຕົບແຕ່ງສົມບູນ ແລະ ຄົບຖ້ວນກວ່າຄື: ພາຍໃນໄດ້ແບ່ງຫ້ອງວາງສະແດງເປັນ 3 ພາກຄື: ແຜ່ນດິນລາວຍຸກດຶກດໍາບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດຊາດລາວສະໄໝກ່ອນລ້ານຊ້າງ ແລະ ໄດ້ລົງເລິກລາຍລະອຽດຂອງແຕ່ລະຍຸກສະໄໝໃຫ້ເຂົ້າໃຈແຈ້ງ ແລະ ງ່າຍຂຶ້ນສໍາລັບແຂກເຂົ້າຊົມ. ພ້ອມດຽວກັນນີ້, ກໍໄດ້ມີການຈັດວາງສະແດງເພີ່ມບັນດາວັດຖຸບູຮານທີ່ໄດ້ຮັບຈາກໂຄງການຂຸດຄົ້ນບໍ່ຄໍາເຊໂປນ ໃນປີ 2019 ແລະ ເພີ່ມຕູ້ວາງສະແດງຈຳນວນໜຶ່ງ ເຊິ່ງວັດຖຸບູຮານທີ່ໄດ້ຈັດວາງສະແດງຢູ່ໃນພາກນີ້ປະກອບມີ: ຊາກພືດ ແລະ ສັດ, ເຄື່ອງມືຫີນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ, ເຄື່ອງທອງສໍາລິດ, ພະພຸດທະຮູບຫີນ, ເທວະຮູບຫີນ ແລະ ອື່ນໆອີກ ລວມມີ 279 ລາຍການ.
ສໍາລັບຫ້ອງວາງສະແດງປະຫວັດສາດຊາດລາວສະໄໝລ້ານຊ້າງ ແມ່ນຍັງບໍ່ທັນໄດ້ອອກແບບວາງສະແດງຖາວອນເທື່ອ ພຽງໄດ້ຈັດແບບເຄິ່ງຖາວອນ ເຊິ່ງເນື້ອໃນວາງສະແດງປະກອບມີ 4 ຫົວຂໍ້ນ້ອຍຄື: ອານາຈັກລາວລ້ານຊ້າງສະໄໝຊຽງທອງເປັນນະຄອນຫລວງ ໃນສະຕະວັດທີ 14-15, ອານາຈັກລາວລ້ານຊ້າງສະໄໝວຽງຈັນເປັນນະຄອນຫລວງ ໃນສະຕະວັດທີ 16-17, ອານາຈັກລາວລ້ານຊ້າງສະໄໝຖືກແຍກອອກເປັນສາມອານາຈັກ ໃນສະຕະວັດທີ 18 ແລະ ອານາຈັກລາວລ້ານຊ້າງ ຕົກເປັນເມືອງສ່ວຍຂອງສັກດິນາສະຫຍາມ ໃນສະຕະວັດທີ 18-19, ບັນດາວັດຖຸບູຮານທີ່ໄດ້ຈັດວາງສະແດງຢູ່ຫ້ອງວາງສະແດງສອງນີ້ ກໍມີຫລາກຫລາຍປະເພດ ລວມມີ 585 ລາຍການ.