ຜ້າໄໝຫົວພັນໄດ້ຮັບໃບຢັ້ງຢືນຖິ່ນກໍາເນີດແລ້ວ
ໃນວັນທີ 7 ຕຸລານີ້, ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີມອບໃບຢັ້ງຢືນຖິ່ນກໍາເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝແຂວງດັ່ງກ່າວຢ່າງເປັນທາງການ ເຊິ່ງພິທີໄດ້ຈັດຂຶ້ນທີ່ເມືອງຊຳເໜືອ ໂດຍການເຂົ້າຮ່ວມຂອງທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ, ນາງ ແພງ ກັນຍາພິມ ຮອງເຈົ້າແຂວງຫົວພັນ, ທ່ານ ບຸນຕີ ທະມິດ ປະທານສະພາມາດຕະຖານແຫ່ງຊາດ.
ໃນພິທີ, ທ່ານ ນາງ ແພງ ກັນຍາພິມ ຮອງເຈົ້າແຂວງຫົວພັນ ໃຫ້ຮູ້ວ່າ: ແຂວງຫົວພັນ ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີເອກະລັກທາງດ້ານວັດທະນະທໍາ ແລະ ມີປະ ຫວັດສາດຄວາມເປັນມາແຕ່ຍາວນານ, ມີມູນເຊື້ອການປູກມ້ອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກທີ່ໄດ້ສືບທອດກັນມາແຕ່ຜ່ານຫລາຍເຊັ່ນຄົນ ແລະ ມີການພັດທະນາຂຶ້ນມາເລື້ອຍໆ ນັບທັງດ້ານປະດິດຄິດສ້າງລວາດລາຍອັນປານີດ ແລະ ເປັນເອກະລັກຂອງຕົນ ພາໃຫ້ຜ້າໄໝຫົວພັນມີຄຸນນະພາບພິເສດ ຍ້ອນຄວາມອ່ອນນຸ້ມ, ໜາແໜ້ນ ແລະ ເງົາງາມ ຍ້ອນນໍາໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ, ການລ້ຽງ, ການສາວໄໝ, ຍ້ອມສີທຳມະຊາດ ແລະ ພູມປັນຍາທ້ອງຖິ່ນ ຊຶ່ງໄດ້ມີການຂະຫຍາຍຕົວເປັນລໍາດັບ ແລະ ເຮັດໃຫ້ຜະລິດຕະພັນຜ້າໄໝຫົວພັນມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກຂອງສັງຄົມ ສາມາດສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຍ້ອນແນວນັ້ນ, ຈຶ່ງໄດ້ກໍານົດເອົາຜ້າໄໝຫົວພັນ ຈຳນວນ 19 ລາຍການຄື: ແພຕໍ່າດ້ານ, ແພຍົກດອກ, ແພເກັດ, ຜ້າຂັນເຊີງ, ຜ້າບ່ຽງ, ຜ້າຕູ້ມ, ຜ້າພັນຄໍ, ຜ້າປູໂຕະ, ຜ້າຫ້ອຍຝາ, ຜ້າຮອງຈານ, ຜ້າປົກບ່ອນ, ສົບໝອນ, ຜ້າແຂບເສື້ອ, ແຂບຖົງ, ແຂບກະເປົາ, ແຂບຖົງພາຍ ແຂບເສື້ອ, ສິ້ນຕິນສູງ, ສິ້ນຕິນກາງ, ສິ້ນຕິນນ້ອຍ, ສິ້ນໝີ່, ສິ້ນສອງດູກ, ສິ້ນຕໍ່ຫົວ, ສິ້ນຕໍ່ຕີນ, ສິ້ນມຸກ ເພື່ອປົກປ້ອງເປັນຖິ່ນກໍາເນີດ ແນໃສ່ຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງ ແລະ ພູມປັນຍາທ້ອງຖິ່ນນັ້ນ ໃຫ້ໄດ້ຮັບການປົກປ້ອງເປັນຊັບສິນຂອງຄົນທ້ອງຖິ່ນແຂວງຫົວພັນຕະຫລອດໄປ.