ເມືອງເຊໂປນໄດ້ຮັບຜົນກະທົບໜັກຈາກໄພພິບັດນ້ຳຖ້ວມ
October 9, 2020 - 1:02 PM
ອີງຕາມການລາຍງານຂອງນັກຂ່າວປະຈຳເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ລາຍງານກ່ຽວກັບສະພາບນ້ຳຖ້ວມບ້ານເຮືອນ ແລະ ເນື້ອທີ່ການຜະລິດກະສິກຳຂອງປະຊາຊົນໃນຄັ້ງວັນທີ 9 ຕຸລານີ້, ເຊິ່ງມາຮອດປັດຈຸບັນສະພາບນໍ້າແມ່ນໄດ້ຖ້ວມສູງໃນລະດັບວິກິດ ລະດັບນໍ້າ ແມ່ນໄດ້ຖ້ວມໄມ້ຫຼາວັດແທກ ສູງກວ່າ 18 ແມັດ ເຂດກໍານົດອັນຕະລາຍແມ່ນ 17 ແມັດ.
ເບື້ອງຕົ້ນ ແມ່ນໄດ້ຮັບຜົນກະທົບໜັກ ຫຼາຍກວ່າ 30 ບ້ານ ເຮືອນຊານປະຊາຊົນ ຖ້ວມແລ້ວ 869 ຫຼັງຄາ ໃນ 21 ບ້ານ ເນື້ອທີ່ທໍາການຜະລິດກະຊິກໍາ 1973 ເຮັກຕ້າ ຫຼາຍຈຸດໄດ້ຖືກຕັດກະແສໄຟຟ້າ ເພື່ອຄວາມປອດໄພ ນໍ້າຍັງເພີ່ມລະດັບຂື້ນຢ່າງຕໍ່ເນື່ອງ.
ຂໍ໊ມູນ: ວິທະຍຸກະຈາຍສຽງ ສະຫວັນນະເຂດ