ລາວໄດ້ເອົາໃຈໃສ່ການວາງແຜນຄອບຄົວເພື່ອຫລີກລ່ຽງການຖືພາແບບບໍ່ໄດ້ຕັ້ງໃຈ
ໃນວັນທີ 7 ຕຸລານີ້, ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ (UNFPA) ຮ່ວມກັບກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄວາມເປັນເອກະພາບກ່ຽວກັບຕົວຊີ້ວັດການນຳໃຊ້ວິທີຄຸມກຳເນີດຂຶ້ນ ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງຫົວໜ້າາກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ຜູ້ປະສານງານໂຄງການ SRH ຂອງ UNFPA ພ້ອມພາກສ່ວນກ່ຽວຂ້ອງຈາກ 18 ແຂວງເຂົ້າຮ່ວມ.
ໃນກອງປະຊຸມໃຫ້ຮູ້ວ່າ: ນັບແຕ່ປີ 2012 ຫາ 2020 ນີ້ ຢູ່ລາວເຮົາມີຜູ້ໃຊ້ການຄຸມກຳເນີດພຽງແຕ່ 262.000 ຄົນເທົ່ານັ້ນ ເຊິ່ງເປັນອັດຕາສ່ວນຕໍ່າ. ດັ່ງນັ້ນ ຮອດປີ 2030 ໃຫ້ເພີ່ມຂຶ້ນເປັນ 312.000 ຄົນ.
ວຽກງານວາງແຜນຄອບຄົວເປັນໜຶ່ງໃນເສົາຫລັກທີ່ຊ່ວຍຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ເພື່ອປັບປຸງສຸຂະພາບ ແລະ ຄວາມເປັນຢູ່ທີ່ດີໃຫ້ແມ່ຍິງ ແລະ ລູກຂອງພວກເຂົາ ແລະ ການວາງແຜນຄອບຄົວນີ້ ແມ່ນຍັງຊ່ວຍໃຫ້ຄູ່ຜົວເມຍສາມາດຕັດສິນໃຈວ່າຈະມີລູກ ຫລື ບໍ່, ໃນເວລາໃດຈຶ່ງຄວນຈະມີ, ຈະມີຈັກຄົນ ຫລື ມີຫລາຍປານໃດ. ຕາມຕົວເລກລົງກວດກາຕົວຈິງຂອງພາກສ່ວນກ່ຽວຂ້ອງດັ່ງກ່າວໃຫ້ຮູ້ວ່າ: ໃນປີ 2020 ນີ້, ການວາງແຜນຄອບຄົວຢູ່ລາວສາມາດຫລີກລ່ຽງການຖືພາແບບບໍ່ໄດ້ຕັ້ງໃຈໄດ້ 299.000ຄົນ, ຫລີກລ່ຽງການອອກລູກທີ່ບໍ່ປອດໄພໄດ້ 70.000 ຄັ້ງ ແລະ ຫລຸດການເສຍຊີວິດຂອງແມ່ໄດ້ 240 ຄົນ.
ລັດຖະບານລາວໄດ້ວາງຄາດໝາຍໄວ້ວ່າ: ຮອດປີ 2030 ໃຫ້ສາມາດຢຸດອັດຕາການເສຍຊີວີດຂອງແມ່ດ້ວຍການຮັກສາຄຸນນະພາບ ແລະ ນະໂຍບາຍດ້ານສຸຂະພາບຈະເລີນພັນ, ຮັບປະກັນໃຫ້ບໍລິການດ້ານສຸຂະພາບທີ່ມີຄຸນນະພາບສູງຂຶ້ນ, ພ້ອມກັບກຳນົດເປົ້າໝາຍໃນການເພີ່ມອັດຕາການໃຊ້ຢາຄຸມກຳເນີດ (CPR) ເຖິງ7 0% ເຊິ່ງການຄາດຄະເນໃນປີ 2020 ນີ້ ມີພຽງ 54% ເທົ່ານັ້ນ. ດັ່ງນັ້ນ ລາວເຮົາຈະຕ້ອງເພີ່ມຕື່ມອີກ 16% ໃນ 10 ປີຂ້າງໜ້າ ເພື່ອບັນລຸເປົ້າໝທີ່ໄດ້ວາງໄວ້ດັ່ງກ່າວ.