ພຽງມື້ດຽວທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກຫລາຍກວ່າ 30 ກໍລະນີ
ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ໃນວັນທີ 9 ຕຸລານີ້ວ່າ: ພຽງມື້ດຽວ ຄືວັນທີ 8 ຕຸລານີ້ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ເລືອດອອກຫລາຍກວ່າ 30 ກໍລະນີ ອັນໄດ້ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວນັບແຕ່ວັນທີ 1 ມັງກອນ – 8 ຕຸລາ 2020 ມີທັງໝົດ7.064 ຄົນ, ສ່ວນແຂວງ ທີ່ມີການລາຍງານຕິດເຊື້ອຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ມີເຖິງ 1.622 ຄົນ, ຮອງລົງມາແມ່ນບໍລິຄຳໄຊ 792 ຄົນ, ບໍ່ແກ້ວ 694 ຄົນ ແລະ ສະຫວັນນະເຂດ 680 ຄົນ. ຂະນະດຽວກັນ, ຕົວເລກຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີ 12 ຄົນຄື: ຢູ່ນະຄອນຫລວງວຽງຈັນ 4 ຄົນ, ບໍລິຄຳໄຊ, ຄຳມ່ວນແຂວງລະ 2 ຄົນ, ໄຊຍະບູລີ, ຊຽງຂວາງ, ສະຫວັນນະເຂດ ແລະ ຜົ້ງສາລີ ແຂວງລະ 1 ຄົນ.
ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ແນະນໍາວ່າ: ຍຸງລາຍ ແມ່ນພາຫະນໍາເຊື້ອໄຂ້ເລືອດອອກ ແລະ ມັກວາງໄຂ່ໃສ່ບ່ອນທີ່ມີນໍ້າສະອາດ. ສະນັ້ນ ການທໍາລາຍແຫລ່ງເພາະພັນຂອງຍຸງລາຍທີ່ມີປະສິດທິຜົນນັ້ນແມ່ນພວກເຮົາຈະຕ້ອງຮ່ວມແຮງຮ່ວມໃຈກັນປະຕິບັດຫລັກການ 5.ປ ຢ່າງເຄັ່ງຂັດໃຫ້ເປັນປະຈຳຄື: (1) ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່. (2) ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. (3) ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ. (4) ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ (5) ປະຕິບັດໃຫ້ເປັນນິໄສປະຈຳທຸກໆອາທິດ ແລະ ຖ້າມີອາການເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວທັນການ.