ຍົກເລີກ ! ການໂຕ້ວາທີຮອບ 2 ທ່ານ ທຣຳ – ທ່ານ ໄບເດັນ 15 ຕຸລານີ້
October 10, 2020 - 12:23 PM
ການໂຕ້ວາທີຄັ້ງທີ 2 ລະຫວ່າງຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີ ລະຫວ່າງ ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມລິກາ ຄົນປັດຈຸບັນ ແລະ ທ່ານ ໂຈ ໄບເດັນ ຜູ້ທ້າຊີງຈາກພັກເດໂມແຄຣດ ຢູ່ໄມອາມີ ຖືກຍົກເລີກ ໂດຍທາງຄະນະກຳມະການຈັດງານໂຕ້ວາທີອາເມລິກາ ປະກາດໃນວັນທີ 9 ຕຸລາວ່າ: ທ່ານ ທຣຳ ປະຕິເສດເຂົ້າຮ່ວມການໂຕ້ວາທີໃນຮູບແບບ Virtual.
ກ່ອນໜ້ານີ້ມີຄວາມກັງວົນກ່ຽວກັບໂຄວິດ-19 ເນື່ອງຈາກທ່ານ ທຣຳ ຕິດເຊື້ອ ແລະ ຢູ່ລະຫວ່າງການປິ່ນປົວ. ດັ່ງນັ້ນ ຝ່າຍຈັດງານຈຶ່ງປ່ຽນຮູບແບບເປັນການໂຕ້ວາທີທາງໄກແທນ ເຊິ່ງທ່ານ ທຣຳ ລະບຸວ່າ: ເສຍເວລາ ແລະ ບໍ່ຕ້ອງການເຮັດແບບນັ້ນ.
ການຍົກເລີກໂຕ້ວາທີຮອບ 2 ໝາຍຄວາມວ່າ: ໂຕ້ວາທີຮອບ 3 ເຊິ່ງມີກຳນົດຈັດວັນທີ 22 ຕຸລາ ຢູ່ແນຊວິລ ລັດເທນເນສຊີ ອາດເປັນການໂຕ້ວາທີຮອບສຸດທ້າຍ.