ອັງກິດຊະນະເບລຍ້ຽມ 2-1
October 12, 2020 - 10:49 AM
ການແຂ່ງຂັນບານເຕະໃນລາຍການຢູຟ່າລະດູການ 2020-21 ລີກເອ ກຸ່ມ2 ຄືນວັນທີ 11 ຕຸລານີ້, ເຖິງວ່າອັງກິດຈະເປິດສະໜາມກ່ອນແຕ່ນາທີທີ 16 ເບລຍ້ຽມໄດ້ຈຸດໂທດຈາກຈັງຫວະທີ່ ໂຣເມລູ ລູກາກູ ພາເບລຍ້ຽມຂຶ້ນນຳ 1-0. ຈາກນັ້ນນາທີທີ 39 ອັງກິດໄດ້ຈຸດໂທດຈາກຈັງຫວະທີ່ ຈອນແດນ ເຮນເດີ້ສັນ ຖືກ ໂຮມັນ ມູນິເຢ ດຶ້ງໃນຈຸດໂທດ ແລະເປັນ ມາຣຄັສ ແຮຟໍຣົດ ຮັບຫນ້າທີ່ຍິ້ງປະຕູ ອັງກິດສະເໝີ 1-1 ເຊິ່ງຈົບເຄິ່ງເວລາທຳອິດສະເໝີກັນ ແລະເຄິ່ງເວລາທີສອງນາທີທີ 65 ອັງກິດຂຶ້ນນຳ 2-1 ຈາກຈັງຫວະນັກເຕະຂອງເບລຍ້ຽມບໍ່ທັນຕັ້ງໂຕເຮັດໃຫ້ຝ່າຍອັງກິດໄດ້ປະຕູເພີ່ມຢ່າງສວຍງາມ.ຈົບເກມອັງກິດໄດ້ຊະນະເບລຍ້ຽມ 2-1.