ຈີນສະໜັບສະໜູນອິນໂດເນເຊຍເປັນສູນກາງ ຜະລິດວັກຊີນໂຄວິດ-19 ປະຈໍາພາກພື້ນອາຊຽນ
ສໍານັກຂ່າວ Bloomberg ລາຍງານເຖິງກອງປະຊຸມຮ່ວມກັນລະຫວ່າງທ່ານ ລູຮັດ ປັນໄຈຕັນ ລັດຖະມົນຕີປະສານງານກະຊວງກິດຈະການທາງທະເລ ແລະ ການລົງທຶນຂອງອິນໂດເນເຊຍ ແລະ ທ່ານ ຫວັງ ອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງຈີນ ໂດຍມີການຫາລືກັນໃນບັນຫາວັກຊີນປ້ອງກັນໂຄວິດ-19, ການພັດທະນາພື້ນທີ່ອຸດສາຫະກຳ ແລະ ການວິໄຈດ້ານສະໝຸນໄພ ເພື່ອໃຊ້ທາງການແພດ.
ທ່ານ ປັນໄຈຕັນ ເປີດເຜີຍວ່າ: ຈີນພ້ອມຈະສະໜັບສະໜູນໃຫ້ອິນໂດເນເຊຍເປັນສູນກາງການຜະລິດວັກຊີນປ້ອງກັນໂຄວິດ-19 ແລະ ຍົກຄຳກ່າວຂອງທ່ານ ຫວັງ ອີ້ ທີ່ບອກວ່າ: ອິນໂດເນເຊຍເປັນປະເທດທີ່ມີກຳລັງການຜະລິດຫລາຍທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້.
ປັດຈຸບັນ ຊິໂນວັກ ໄບໂອເທກ ຜູ້ພັດທະນາວັກຊີນສັນຊາດຈີນ ໄດ້ມີການທົດລອງກັບອາສາສະໝັກໃນເມືອງບັນດຸງ ທີ່ຕັ້ງຢູ່ໃນເຂດຈາວາຕາເວັນອອກຢູ່ແລ້ວ ແລະ ທາງການອິນໂດເນເຊຍກຳລັງພັດທະນາວັກຊີນຂອງຕົນເອງ ເພື່ອໃຫ້ມີຈຳໜ່າຍພຽງພໍຕໍ່ຄວາມຕ້ອງການຂອງປະຊາກອນ 270 ລ້ານຄົນ.
ລາຍງານຜູ້ຕິດເຊື້ອທັງໝົດຂອງປະເທດອິນໂດເນເຊຍຫລ້າສຸດມີ 328.952 ຄົນ, ເສຍຊີວິດ 11.765 ຄົນ ມີອັດຕາການເສຍຊີວິດເປັນອັນດັບ 1 ຂອງອາຊຽນ ແລະ ມີຈຳນວນຜູ້ຕິດເຊື້ອເປັນຮອງປະເທດຟີລິບປິນເທົ່ານັ້ນ.