ນາດາວແຊ້ມເທັນນິສ ແກຣນສະແລມ ເຟັນ ໂອເພັນ 2020
October 12, 2020 - 4:08 PM
ໃນວັນທີ 11 ຕຸລານີ້, ການແຂ່ງຂັນເທັນນິສ ແກຣນສະແລມ ເຟັນ ໂອເພັນ 2020 ທີ່ສັງວຽນ ໂຣລ໋ອງ ກາຣັອສ ໃນນະຄອນຫລວງປາຣີ ປະເທດຝຣັ່ງ ຊິງເງິນລາງວັນລວມ 38 ລ້ານເອີໂຣ.
ປະເພດຊາຍດ່ຽວ ຮອບຊິງຊະນະເລີດ ໃນວັນທີ 11 ຕຸລານີ້ ໂນວັກ ໂຢໂຄວິກ ມື 1 ຂອງໂລກຈາກແຊັກບີ້ ແຊ້ມປີ 2016 ພົບກັບ ຣາຟາເອວ ນາດາວ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 12 ສະໄໝ. ນີ້ເປັນການພົບກັນຄັ້ງທີ 3 ໃນຮອບຊິງລາຍການນີ້ ຊຶ່ງ ນາດາວ ລາຊາຂອດດິນ ຍັງເປັນຝ່າຍເຮັດໄດ້ດີ
ກວ່າຄືເກົ່າເອົາຊະນະ ໂນວັກ 3-0 ເຊັດ: 6-0, 6-2 ແລະ 7-5. ເພີ່ມສະຖິຕິຄວ້າແຊ້ມລາຍການນີ້ສູງສຸດ 13 ສະໄໝ ແລະ ເປັນແຊ້ມແກຣນສະແລມທີ 20 ໃນຊີວິດ ສູງສຸດເທົ່າກັບ ໂຣເຈີ ເຟດເດີເຣີ.