12 ຕຸລາ 1945 ວັນປະກາດເອກະລາດ ວັນປະຫວັດສາດທີ່ຈາລຶກໃນດວງໃຈຂອງປວງຊົນລາວທັງຊາດ


ໂດຍ: ທິດກໍ່າ
ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນວັນໜຶ່ງຂອງຊາດລາວ ແລະ ປະຊາຊົນລາວບັນດາເຜົ່າເຮົາໃນໄລຍະປະຫວັດສາດຍຸກໜຶ່ງຜ່ານມາ. ອັນສາເຫດກໍຍ້ອນວ່າມັນໄດ້ປາກົດຕົວຂຶ້ນໃນເງື່ອນໄຂທີ່ປະເທດລາວລ້ານຊ້າງພວມຕົກຢູ່ໃນຊາຕາອາພັບ, ພວມຖືກສັກດີນາສະຫຍາມ, ຈັກກະພັດຍີ່ປຸ່ນ ແລະ ຈັກກະພັດຝຣັ່ງ ໄດ້ຍາດແຍ່ງກັນປົກຄອງ ເບິ່ງຢ່າງໜຶ່ງຄືວ່າປະເທດລາວລ້ານຊ້າງໃນຍຸກນັ້ນບໍ່ມີເຈົ້າມີຈອມປົກຄອງບ້ານເມືອງ ປະປ່ອຍໃຫ້ຕ່າງຊາດເຂົ້າມາຮຸກຮານຍາດແຍ່ງແບ່ງກັນຄອບຄອງຕາມໃຈ, ເອົາແຕ່ໃຜຊິເຮັດຕາມອຳນາດບາດສິດຂອງລັດທິລ່າເມືອງຂຶ້ນ. ເລື່ອງລາວປະຫວັດສາດການກຳເນີດໃຫ້ມີວັນທີ 12 ຕຸລາ 1945 ມັນກໍມີຢູ່ວ່າ: ກ່ອນໜ້ານັ້ນ ລາວເຮົາຍັງຕົກເປັນເມືອງຂຶ້ນຂອງປະເທດສະຫຍາມ (ໄທ) ມາເປັນເວລາຮ້ອຍກວ່າປີແລ້ວ.
ໃນຍຸກສົງຄາມໂລກຄັ້ງທີ II ຝຣັ່ງໄດ້ເຂົ້າມາລ່າອານານິຄົມຢຶດເອົາແຫລມອິນດູຈີນ ແລະ ຫວັງຈະຢຶດເອົາປະເທດສະຫຍາມ ຫລື ປະເທດໄທຕື່ມ, ແຕ່ມັນກໍບໍ່ເປັນໄປຕາມທີ່ຄິດ ຍ້ອນສະຫຍາມມີອັງກິດໜູນຫລັງ ຈຳເປັນຝຣັ່ງກັບສະຫຍາມໄດ້ຕົກລົງກັນຕັດແບ່ງດິນແດນລາວປັນກັນຄອບຄອງໃນວັນທີ 3 ຕຸລາ 1893.
ຟາກແມ່ນ້ຳຂອງຝັ່ງຊ້າຍໄດ້ຕົກເປັນຂອງຝຣັ່ງຄອບຄອງ, ສ່ວນຝັ່ງຂວາໄດ້ຕົກເປັນຂອງໄທຈົນມາຮອດທຸກວັນນີ້. ພໍຕົກມາໃນປີ 1945 ອັນເປັນໄລຍະຂ້ອນທ້າຍຂອງສົງຄາມໂລກຄັ້ງທີ II ພວກຟາຊິດຍີ່ປຸ່ນໄດ້ມີອິດທິພົນເຂົ້າມາຢຶດເອົາແຫລມອິນດູຈີນ ແລ້ວໄດ້ຂັບໄລ່ໄຖຫົວຝຣັ່ງອອກຈາກອິນດູຈີນ ອັນມີລາວ, ຫວຽດນາມ ແລະ ກຳປູເຈຍ. ລາວເຮົາໄດ້ສວຍໂອກາດອັນສົບສົນອົນລະເວງນີ້ ຈັດຕັ້ງຂະການແນວລາວອິດສະຫລະ, ສ້າງຕັ້ງລັດຖະບານແນວລາວອິດສະຫລະຂຶ້ນ, ກຳນົດເອົາທຸກກາວົງເດືອນເປັນທຸງຊາດ ພາຍໃຕ້ການເປັນປະທານຂອງເຈົ້າເພັດຊະລາດ ແລ້ວກໍປະກາດເອກະລາດໃນວັນທີ 12 ຕຸລາ 1945 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການສະໜັບສະໜູນ ແລະ ເປັນໃຈຂອງຍີ່ປຸ່ນ. ແຕ່ວ່າພວກຟາຊິດຍີ່ປຸ່ນເຂົ້າມາຄອບຄອງຢູ່ລາວບໍ່ທັນເຖິງປີກໍເສຍໄຊໃຫ້ພັນທະມິດໃນສົງຄາມໂລກຄັ້ງທີ II ແລ້ວຝຣັ່ງກໍກັບຄືນມາຮຸກຮານ ແລະ ຄອບຄອງປະເທດລາວເປັນຫົວເມືອງຂຶ້ນເປັນຄັ້ງທີສອງ ຈຶ່ງກໍ່ໃຫ້ເກີດມີຂະບວນການປະຕິວັດປົດປ່ອຍຊາດຢ່າງຍືດເຍື້ອຍາວນານສືບຕໍ່ກັນມາເປັນເວລາເກືອບຮ້ອຍປີ.
ເພາະສະນັ້ນ, ພວກເຮົາຈຶ່ງຖືໄດ້ວ່າ ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດ ແລະ ເປັນວັນແຫ່ງໄຊຊະນະໃນຂະບວນການຕໍ່ສູ້ ເພື່ອເອກະລາດຂອງຊາດໃນຍຸກບັ້ນທ້າຍແຫ່ງການເຊື່ອມໂຍງຂອງປະເທດລ້ານຊ້າງທີ່ເຄີຍມີອະລິຍະທຳ ແລະ ດິນແດນອັນກວ້າງໃຫຍ່ໄພສານ. ນີ້ລະຄືປະຫວັດສາດທີ່ໄປທີ່ມາຂອງວັນປະກາດເອກະລາດ 12 ຕຸລາ 1945.
ແນວໃດກໍຕາມ, ຜ່ານຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດຂອງແຜ່ນດິນ ນັບແຕ່ຍຸກເຈົ້າອານຸວົງ, ມາຕໍ່ໃສ່ຍຸກພໍ່ກະດວດ, ອົງແກ້ວກົມມະດຳ, ເຈົ້າຟ້າປັດໄຈ ຈົນກໍ່ໃຫ້ເກີດມີການນຳພາຂອງພັກກອມມູນິດອິນດູຈີນ, ພັກປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ອັນເປັນຂີດໝາຍປະຫວັດສາດແຫ່ງຍຸກໃໝ່, ສະໄໝໃໝ່ຂອງປະເທດຊາດບ້ານເມືອງ, ຂອງຄົນລາວເຮົາທີ່ໄດ້ຕົກເປັນຂ້ອຍຂ້າຂອງຊາດອື່ນ ທັງເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານມາຫລາຍຮ້ອຍປີ ມາເຖິງຍຸກນີ້ໄດ້ຫລຸດພົ້ນອອກຈາກແອກຄອບຄອງເໝືອນຕາຍແລ້ວເກີດໃໝ່ໄປພ້ອມປະເທດຊາດກໍມີຊື່ໃໝ່ຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ລະບອບສັກດີນາໃນຍຸກລ້ານຊ້າງຕອນປາຍທີ່ນຳພາປົກຄອງບ້ານເມືອງໄດ້ຊຸດໂຊມ, ມີແຕ່ແນວຈິບຫາຍ, ປະເທດລາວຍັງເຫລືອແຜ່ນດິນບໍ່ຮອດເຄິ່ງໜຶ່ງ, ພົນລະເມືອງລາວໝົດໄປຫລາຍສິບລ້ານ ຍ້ອນສັກດີນາລາວບໍ່ເປັນຕາສາເທດ, ພາກັນຍາດຕັ່ງ, ຍາດຜົນປະໂຫຍດ, ຍາດອຳນາດບາດໃຫຍ່ ເຮັດໃຫ້ຕ່າງຊາດເຂົ້າມາຮຸກຮານ, ເຜົາຜານແຜ່ນດິນລາວ, ຄົນລາວຕົກຕໍ່າດ້ອຍພັດທະນາ ຈົນລາມເປັນຊຳເຮື້ອມາຮອດທຸກວັນນີ້.
ເພາະສະນັ້ນ, ຊາຕາກຳຂອງປະເທດຊາດບ້ານເມືອງຈຶ່ງພາໃຫ້ເກີດມີລາວຫລົງ, ລາວນອກ, ລາວໃນ, ໜີໄປຄົນລະທີບ, ລາວນອກກໍໜີໄປຢູ່ນຳນາຍເກົ່າ ຄືຈັກກະພັດ ແລະ ສັກດີນາທີ່ເຂົາວ່າດີມີສັດທານຳ, ແຕ່ປະຫວັດສາດພັດມີແຕ່ແນວຈິບຫາຍ. ສ່ວນພວກເຮົາທີ່ຢູ່ພາຍໃນປະເທດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອັນມີທຸງກາວົງເດືອນເປັນທຸງຊາດ, ເປັນສັນຍາລັກຂອງສີສັນ ແລະ ມູນເຊື້ອ ວັນທີ 12 ຕຸລາ 1945 ຍັງປິວສະບັດຢູ່ເທິງຍອດເສົາພາຍໃຕ້ທ້ອງຟ້າສີຄາມດ້ວຍຄວາມສະຫງົບໝັ້ນຄົງ.