ຫລາຍທ້ອງຖິ່ນຈັດພິທີທຳລາຍຢາເສບຕິດ ໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ
ໃນວັນທີ 12 ຕຸລານີ້ ເຊິ່ງເປັນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 19 ປີ (12/10/2001 – 12/10/2020) ອົງການປົກຄອງ ແຂວງຫລວງພະບາງ ຈັດພິທີສະເຫຼີມສະຫຼອງ ແລະ ຈູດທຳລາຍຢາເສບຕິດທີ່ຢຶດໄດ້ຂຶ້ນຢູ່ບ້ານນາສ້າງເຫວີຍ ນະຄອນຫລວງພະບາງ ເປັນຈຳນວນຫລາຍ ໂດຍອົງການໄອຍາການປະຊາຊົນແຂວງ ໃຫ້ຮູ້ວ່າ: ສົກປີ 2019-2020 ຫລວງພະບາງສາມາດມ້າງຄະດີຢາເສບຕິດໄດ້ 244 ເລື່ອງ, ມີຜູ້ຖືກຫາ 247 ຄົນ, ຍິງ 23 ຄົນ, ໃນນັ້ນ ສານປະຊາຊົນແຂວງໄດ້ທຳການຕັດສິນເດັດຂາດແລ້ວມີ 161 ເລື່ອງ, ມີນັກໂທດ 182 ຄົນ, ຍິງ 15 ຄົນ ໃນນີ້ຕັດສິນປະຫານຊີວິດ 4 ຄົນ, ຕັດສິນຕະຫລອດຊີວິດມີ 9 ຄົນ, ມີຂອງກາງປະເພດຢາບ້າ 103.125 ເມັດ, ເຮໂຣອິນ 400 ກຣາມ, ຢາໄອສ໌ 320,3 ກຣາມ, ກັນຊາແຫ້ງ 138,4 ກຣາມ, ຄາເຟອິນ 418,65 ກຣາມ, ສານເຄມີ 1,3 ກຣາມ, ແປ້ງຝຸ່ນສີຂາວ 6,41 ກຣາມ, ແປ້ງຝຸ່ນສີແດງ 0,90 ກຣາມ, ຢາຝິ່ນ 679,61 ກຣາມ, ແກ່ນຝິ່ນ 400 ກຣາມ ລວມທັງອຸປະກອນການເສບຢາ ແລະ ສິ່ງຫຸ້ມຫໍ່ ເຊິ່ງໄດ້ນຳມາທຳລາຍໃນພິທີສະເຫລີມສະຫລອງ ຍົກເວັ້ນຢາຝິ່ນ ເພາະຈະນຳໃຊ້ເຂົ້າທາງວິທະຍາສາດການແພດໃນຂັ້ນຕໍ່ໄປ.
ໃນມື້ດຽວກັນ, ແຂວງບໍ່ແກ້ວ ກໍໄດ້ຈູດທຳລາຍຢາເສບຕິດຂະໜາດໃຫຍ່ ຢູ່ທີ່ເດີ່ນສະໜາມບິນແຂວງ ເຊິ່ງຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະກໍາມະການກວດກາ, ຄຸ້ມຄອງ ແລະ ທໍາລາຍຢາເສບຕິດແຂວງ ໃຫ້ຮູ້ວ່າ: ແຂວງພວກເຮົາກຳລັງພົບພໍ້ກັບບັນຫາສິ່ງເສບຕິດເຂົ້າມາຄອບງໍາ ກໍ່ໃຫ້ເກີດມີຜູ້ຊື້, ຜູ້ຂາຍ, ຜູ້ຊົມໃຊ້ເສບຢາຕິດ ແລະ ເປັນບັນຫາໜຶ່ງທີ່ພາໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເຫັນວ່າມີທ່າອ່ຽງຂະຫຍາຍຕົວຢ່າງໄວວາ ແລະ ແຜ່ລະບາດເປັນວົງກວ້າງ ຄືພຽງປີຜ່ານມາ ແຂວງສາມາດມ້າງຄະດີຢາເສບຕິດໄດ້ 165 ເລື່ອງ; ກັກຜູ້ຕ້ອງຫາໄດ້ 235 ຄົນ, ຍິງ 32 ຄົນ, ໃນນັ້ນ ມີຄົນຕ່າງປະເທດ 38 ຄົນ ແລະ ຢຶດເຄື່ອງຂອງກາງປະເພດຢາບ້າຈໍານວນ 1,24 ລ້ານກວ່າເມັດ. ເຮໂຣອິນ 82 ແທ່ງ. ຢາໄອສ໌ 622 ຫໍ່. ຢາຝິ່ນ 2 kg. ສານເຄມີ 30 ໂຕນ. ປະເພດແປ້ງຝຸ່ນຕ່າງໆ 7 ຖົງ. ລົດໃຫຍ່ 14 ຄັນ, ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ ໜັກ 10 ໂຕນ, ລົດຈັກ 46 ຄັນ. ໄດ້ລົງທໍາລາຍໄຮຝິ່ນຈຳນວນ 32 ເຮັກຕາ, ພ້ອມໄດ້ເອົາໃຈໃສ່ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດ ຈໍານວນ 160 ຄົນ, ຍິງ 3 ຄົນ. ສຳລັບຢາເສບຕິດທີ່ນໍາມາຈູດທໍາລາຍໃນມື້ນີ້ ປະກອບມີ: ຢາບ້າຈໍານວນ 6.579.131 ເມັດ, ເຮໂຣອິນຈໍານວນ 260 ແທ່ງ ແລະ 12 ຖົງນ້ອຍ, ຢາໄອສ໌ 362 ຫໍ່ ແລະ 25 ຫຼອດນ້ອຍ, ເຄຕາມິນຈໍານວນ 11 ຖົງນ້ອຍ, ຢາເສບຕິດທີ່ບໍ່ມີເຈົ້າກໍາປະກອບມີ: ຢາບ້າຈໍານວນ 4.982.845 ເມັດ, ຢາໄອສ໌ຈໍານວນ 643 ຫໍ່ ແລະ 1 ຖົງນ້ອຍ, ເຮໂຣອິນຈໍານວນ 4 ແທ່ງ, ຝຸ່ນແປ້ງສີຂາວ ຈໍານວນ 400 ເປົ່າ, ໜັກ 10 ໂຕນ ລວມທັງໝົດ ຢາບ້າ ຈໍານວນ: 11.561.975 ເມັດ, ເຮໂຣອິນ 264 ແທ່ງ, ຢາໄອສ໌ 1.005 ຫໍ່ ແລະ ເຄຕາມິນ 11 ຖົງນ້ອຍ.
ພ້ອມນີ້, ແຂວງໄຊຍະບູລີກໍໄດ້ຈັດພິທີສະເຫລີມສະຫລອງວັນດັ່ງກ່າວຂຶ້ນ ທີ່ເທສະບານແຂວງ ໂດຍທ່ານ ບຸນລຽງ ດວງສົມພອນ ຮອງຫົວໜ້າພະແນກຍຸດຕິທໍາແຂວງ ຕາງໜ້າຄະນະກໍາມະການກວດກາຂອງກາງທີ່ຮິບໄດ້ຈາກຄະດີຢາເສບຕິດ ຂຶ້ນລາຍງານຕໍ່ພິທີຄັ້ງນີ້ວ່າ: ໃນປີ 2020 ນີ້, ສານປະຊາຊົນແຂວງໄຊຍະບູລີຕັດສິນຄະດີຢາເສບຕິດທີ່ໃຊ້ໄດ້ຢ່າງເດັດຂາດ ນັບແຕ່ວັນທີ 26 ມິຖຸນາ 2019 ຫາ 12 ຕຸລາ 2020 ມີທັງໝົດ 254 ເລື່ອງ, ມີນັກໂທດ 330 ຄົນ, ຍິງ 51 ຄົນ, ຕ່າງປະເທດ 1 ຄົນ ສ່ວນວັດຖຸຂອງກາງຢາເສບຕິດທີ່ສານປະຊາຊົນແຂວງຕັດສິນໃຊ້ໄດ້ຢ່າງເດັດຂາດ ແລະ ນໍາມາຈູດທໍາລາຍຖິ້ມໃນຄັ້ງນີ້ມີຢາບ້າ 110.455 ເມັດ ນໍ້າໜັກ 11.529,7 ກຼາມ, ຢາຝິ່ນ 33,2 ກຼາມ ແລະ ຢາໄອສ໌ 15,5 ກຼາມ ຖ້າທຽບໃສ່ປີຜ່ານມາແມ່ນມີຈໍານວນຫຼຸດລົງ.
ໃນມື້ດຽວກັນ, ແຂວງອັດຕະປື ກໍໄດ້ຈູດທຳລາຍຢາເສບຕິດຫລາຍກວ່າ 16 ກິໂລກຣາມ ຂຶ້ນຢູ່ເທສະບານແຂວງ ເຊິ່ງທ່ານ ພັນເອກ ບັນດິດ ສີວິໄລ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ປກສ ແຂວງອັດຕະປື ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 165 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 217 ລາຍ, ຍິງ 58 ລາຍ, ຄົນຕ່າງປະເທດ 5 ລາຍ, ສານຕັດສິນແລ້ວ 84 ເລື່ອງ, ມີຜູ້ຕ້ອງຫາ 110 ລາຍ, ຍິງ 32 ລາຍ, ຢຶດຢາບ້າໄດ້ທັງໝົດ 176.133 ເມັດ, ນ້ຳໜັກ 16,116 ກິໂລກຣາມ. ຢາໄອສ໌ 38 ຖົງ ນ້ຳໜັກ 38 ກິໂລກຣາມ, ກັນຊາແຫ້ງ 2 ແພັກ, ຢຶດເຄື່ອງຂອງກາງ ປະເພດເງິນກີບ 32 ລ້ານກວ່າກີບ. ເງິນດົ້ງ 3 ແສນດົ້ງ, ລົດກະບະ 1 ຄັນ, ລົດເກັງ 1 ຄັນ, ລົດຮຸນໄດ 1 ຄັນ, ລົດຈັກ 19 ຄັນ, ໂທລະສັບ 141 ເຄື່ອງ, ໂມງ 2 ໜ່ວຍ, ປືນສັ້ນ 1 ກະບອກ, ປືນ CKC 1 ກະບອກ.