ກຽມສ້າງເມືອງໃໝ່ວັງວຽງຄາດວ່າຈະມີການລົງທຶນຢ່າງໜ້ອຍ 5,3 ຕື້ໂດລາ

ປັດຈຸບັນ ບໍລິສັດ ພັດທະນາເມືອງໃໝ່ ວັງວຽງລາວ ຈຳກັດ ໄດ້ກະກຽມຄວາມຕ່າງໆແລ້ວ ເພື່ອຈະລົງມືກໍ່ສ້າງເມືອງໃໝ່ແຫ່ງນີ້ ພາຍຫລັງສຳເລັດການສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ເຕັກນິກ; ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ; ການສຳຫລວດທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ. ປັດຈຸບັນ ບໍລິສັດໄດ້ສືບຕໍ່ເຂົ້າສູ່ຂັ້ນຕອນການເຈລະຈາສັນຍາສຳປະທານ ແລະ ກະກຽມວຽກງານກໍ່ສ້າງໂຄງການ.
ທ່ານ ຖັງ ຊິນຊວານ ປະທານບໍລິສັດ ພັດທະນາເມືອງໃໝ່ ວັງວຽງລາວ ຈຳກັດ ເປີດເຜີຍໃຫ້ຮູ້ໃນວັນທີ 8 ຕຸລານີ້ວ່າ: ໂຄງການພັດທະນາເມືອງໃໝ່ແຫ່ງນີ້ຕັ້ງຢູ່ເບື້ອງທິດຕາເວັນຕົກຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ, ກວມເນື້ອທີ່ປະມານ 7.000 ເຮັກຕາ ຊຶ່ງໄດ້ແບ່ງເປັນ 5 ໄລຍະການກໍ່ສ້າງ, ກຳນົດ 29 ປີ ຄາດວ່າຈະມີມູນຄ່າການລົງທຶນທັງໝົດ 5,3 ຕື້ໂດລາສະຫະລັດ ປະກອບດ້ວຍພື້ນຖານໂຄງລ່າງທີ່ແໜ້ນໜາ, ຖະໜົນຫົນທາງທີ່ມີມາດຕະຖານ, ຂົວຂ້າມນ້ຳຊອງ 4 ແຫ່ງ, ມີແຫລ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງຮຽນ, ໂຮງໝໍ, ຫໍປະຊຸມນາໆຊາດ ແລະ ວັດວາອາຮາມທີ່ເປັນເອກະລັກ. ນອກນີ້, ຍັງຈະມີຂະແໜງທຸລະກິດທີ່ຫລາກຫລາຍທີ່ມີລັກສະນະປະສົມປະສານແບບທັນສະໄໝ; ຈະສ້າງເມືອງວັງວຽງໃຫ້ກາຍເປັນເມືອງແຫ່ງການທ່ອງທ່ຽວທີ່ມີຊື່ສຽງຂອງລາວ ກາຍເປັນສວນຫລັງບ້ານຂອງນະຄອນຫລວງວຽງຈັນ, ກາຍເປັນເມືອງພັກຜ່ອນຢ່ອນໃຈຂອງສາກົນ ແລະ ກາຍເປັນເມືອງທ່ອງທ່ຽວທີ່ມີເອກະລັກສະເພາະຂອງລາວນຳດ້ວຍ. ສິ່ງສຳຄັນໂຄງການນີ້, ຈະພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຈະຊ່ວຍໃຫ້ປະຊາຊົນໃນເຂດໂຄງການ ກໍຄືຊາວເມືອງວັງວຽງໄດ້ຮັບຜົນປະໂຫຍດຫລາຍຢ່າງ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ ໂດຍຈະບໍ່ມີການຍົກຍ້າຍບ້ານເຮືອນຂອງປະຊາຊົນໃນເຂດພັດທະນາ.