ໂຄວິດ-19 ໃນມຽນມາ ລາມເຂົ້າວັດ
October 12, 2020 - 5:17 PM
ໜັງສືພິມ ມຽນທາມ ລາຍງານວັນທີ 11 ຕຸລານີ້ ໃຫ້ຮູ້ວ່າ: ທ່ານໝໍ ອອງໂຄໂຄ ເປີດເຜີຍວ່າ: ຈຳນວນພະສົງທີ່ຕິດເຊື້ອໂຄວິດ-19 ແລະ ລົ້ມປ່ວຍລົງຢູ່ຕາມວັດແຫ່ງຕ່າງໆໃນເມືອງ ລົ້ນມາດໍ ຊຶ່ງເປັນເມືອງນ້ອຍຂອງນະຄອນຢາງກຸ້ງ ເພີ່ມຂຶ້ນເປັນຈຳນວນຫຼາຍ ຈົນໜ້າວິຕົກ ເພາະເຮັດໃຫ້ເຈົ້າໜ້າທີ່ທາງການແພດ ເຮັດວຽກໜັກຂຶ້ນແຂ່ງກັບເວລາ ເພາະຮັບມືທັງຜູ້ລົ້ມປ່ວຍ ແລະ ທັງຜູ້ທີ່ຕ້ອງກັກຕົວ ຈົນເປັນເລື່ອງເໜືອຄວາມຄວບຄຸມໄດ້.
ມຽນມາທາມ ລາຍງານເພີ່ມເຕີມວ່າ: ລົ້ນມາດໍ ມີວັດທັງໝົດ 66 ແຫ່ງໃນຈຳນວນນີ້ມີ 10 ວັດ ທີ່ມີພະສົງ ແລະ ຊາວບ້ານຕິດເຊື້ອໂຄວິດ-19 ແລ້ວ.
ຕົວເລກທີ່ເປັນທາງການຜູ້ຕິດເຊື້ອໃນ ມຽນມາ ວັນທີ 10 ຕຸລາ ພົບຜູ້ຕິດເຊື້ອເພີ່ມຂຶ້ນ 2.158 ຄົນ, ເຮັດໃຫ້ຍອດສະສົມເປັນ 26.064 ຄົນ ແລະ ມີຜູ້ເສຍຊີວິດ 598 ຄົນ.