ອຸຕຸເຕືອນໃຫ້ລະວັງພະຍຸນັງກາ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ລະວັງ ແລະ ກຽມຄວາມພ້ອມຮັບມືກັບສະພາບນໍ້າປ່າໄຫລຊຸ, ນໍ້າຖວ້ມຢູ່ຫລາຍທ້ອງຖິ່ນ ເນື່ອງຈາກວ່າໃນວັນທີ 12 ຕຸລານີ້ ພາຍຸດີເປຣຊັນທີ່ກໍ່ຕົວຢູ່ປະເທດຟີລິບປິນ ພວມເຄື່ອນຕົວມາທາງທິດຕາເວັນຕົກດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເພີ່ມກໍາລັງແຮງຂຶ້ນ ກາຍເປັນພາຍຸໝູນເຂດຮ້ອນນັງກາ (Nang Ka) ຫົວທີ 16 ປະຈໍາປີ 2020 ແລະ ຄາດວ່າພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ຜ່ານເກາະໄຮ້ໜຳ ແລະ ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 15 ຕຸລາ ແລະ ວົງລັດສະໝີຂອງພາຍຸຫົວດັ່ງກ່າວ ກວມເອົາເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນໃນເຂດດັ່ງກ່າວມີສະຕິຕໍ່ສະພາບຝົນຕົກຫນັກ, ນໍ້າຖ້ວມ ແລະ ໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ.