ກະຊວງແຮງງານ ແລະ ໂຮງໝໍມະໂຫສົດ ຕົກລົງ ໃຫ້ບໍລິການກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ
ພິທີລົງນາມບົດບັນທຶກການຮ່ວມມືດ້ານວິຊາການ ລະຫວ່າງ ກົມຄຸ້ມຄອງແຮງງານ ກັບ ຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້ມີຂຶ້ນໃນວັນທີ 12 ຕຸລານີ້ ຢູ່ກະຊວງແຮງງານ ໂດຍທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ແລະ ທ່ານ ນາງ ວຽງສະຫວັນ ຊາມົນຕີ ອຳນວຍການຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ.
ໃນບົດບັນທຶກດັ່ງກ່າວ 2 ຝ່າຍເຫັນດີຮ່ວມມືດ້ານວິຊາການນຳກັນ ໂດຍໄດ້ກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍຄື: ກົມຄຸ້ມຄອງແຮງງານ ໃຫ້ຕິດຕາມຊີ້ນຳ ແລະ ເຂົ້າຮ່ວມໃນກໍລະນີຈຳເປັນໃນການຈັດຕັ້ງປະຕິບັດວຽກງານຂອງຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດໃຫ້ເປັນໄປຕາມຈຸດປະສົງຂອງການກວດສຸຂະພາບແຮງງານ ແລະ ສອດຄ່ອງຕາມລະບຽບການກັບວຽກງານສຸຂະພາບແຮງງານ ແລະ ບັນຊີພະຍາດອາຊີບຢູ່ ສປປ ລາວ, ໃຫ້ຄໍາປຶກສາດ້ານກົດໝາຍ ແລະ ວິຊາການດ້ານວຽກງານສຸຂະພາບແຮງງານ ແລະ ພະຍາດອາຊີບຢູ່ ສປປ ລາວ ແລະ ບັງຄັບໃຫ້ໃຊ້ກົດໝາຍລະບຽບການຂອງລັດ ກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍສະເພາະແມ່ນການກວດສຸຂະພາບແຮງງານທີ່ຫ້ອງການບໍລິການກວດສຸຂະພາບພາຍໃນ ແລະ ຕ່າງປະເທດ.
ສ່ວນຫ້ອງການບໍລິການກວດສຸຂະພາບດັ່ງກ່າວ ກໍໃຫ້ປະຕິບັດຕາມກົດໝາຍລະບຽບການທີ່ກ່ຽວຂ້ອງກັບການດຳເນີນກິດຈະການຂອງຕົນ ຮັບປະກັນຄຸນນະພາບຂອງການບໍລິການ, ປະກອບບຸກຄະລາກອນທີ່ມີຄວາມຊ່ຽວຊານດ້ານແຮງງານ ໂດຍສະເພາະແມ່ນດ້ານການວິເຄາະພະຍາດອາຊີບ ແລະ ສາເຫດຂອງການກໍ່ໃຫ້ເກີດພະຍາດໃນສະຖານທີ່ເຮັດວຽກ ມີຖານຂໍ້ມູນດ້ານສຸຂະພາບແຮງງານທີ່ລະອຽດ ສາມາດເກັບມ້ຽນໄວ້ໄດ້ຍາວນານ ເພື່ອສາມາດສະໜອງໃຫ້ກົມຄຸ້ມຄອງແຮງງານຊ່ວຍຊຸກຍູ້ດ້ານງົບປະມານໃຫ້ແກ່ການຝຶກອົບຮົມພະນັກງານການສ້ອມແປງ ແລະ ປັບປຸງຖານຂໍ້ມູນໃຫ້ຢູ່ໃນສະພາບນຳໃຊ້ໄດ້ ແລະ ມີການພັດທະນາໃຫ້ດີຂຶ້ນ.
ສຳລັບບົດບັນທຶກສະບັບນີ້, ແມ່ນມີອາຍຸນຳໃຊ້ 3 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.