ເປີດງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 19
ໃນວັນທີ 12 ຕຸລານີ້, ສະມາຄົມຫັດຖະກຳລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໄດ້ເປີດງານມະຫາກໍາສີມືຫັດຖະກໍາລາວຄັ້ງທີ 19 ປະຈໍາປີ 2020 ພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວຕາມຮອຍປູ່ຍ່າຕາຍາຍ” ຂຶ້ນທີ່ສູນການຄ້າລາວ-ໄອເຕັກ ໃນນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.
ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີຈົນມານີ້ ປະເທດເຮົາພວມຢູ່ໃນສະພາບປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເປັນອຸປະສັກຕໍ່ການກະກຽມງານບຸນປະເພນີຕ່າງໆ. ແຕ່ເຖິງຢ່າງໃດ, ສະມາຄົມຫັດຖະກໍາລາວ (ສຫລ) ກໍໄດ້ພ້ອມກັນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ ເພື່ອງານມະຫາກຳດັ່ງກ່າວ ເພື່ອແນໃສ່ສືບທອດມໍລະດົກທາງປັນຍາ ແລະ ສີໄມ້ລາຍມືມາຈາກປູ່ຍ່າຕາຍາຍ ດ້ວຍຮູບການຈັດງານນີ້ຂຶ້ນ ແລະ ທັງເປັນການກະຕຸ້ນເສດຖະກິດຂອງປະເທດອີກດ້ວຍ ບົນຈິດໃຈສົ່ງເສີມ “ລາວຊື້ສິນຄ້າລາວ-ລາວສົ່ງເສີມລາວ” ຄາດວ່າຈະແມ່ນທາງອອກທີ່ເໝາະສົມ ແລະ ການຈັດງານຄັ້ງນີ້ ຍັງເປັນການສະເຫລີມສະຫລອງວັນຫັດຖະກໍາແຫ່ງຊາດ 1 ພະຈິກທີ່ຈະມາເຖິງນີ້ ໃຫ້ມີຄວາມໝາຍຍິ່ງຂຶ້ນ.
ທ່ານ ນາງ ສຸວິຕາ ປະເສີດ ໃຫ້ຮູ້ວ່າ: ສໍາລັບງານຄັ້ງນີ້ ໄດ້ມີສິນຄ້າຫັດຖະກໍາມາວາງສະແດງໃຫ້ຢ້ຽມຊົມ ແລະ ຈໍາໜ່າຍຫລາຍກວ່າ 200 ຮ້ານຈາກທົ່ວປະເທດ ເປັນຕົ້ນເຄື່ອງຫັດຖະກໍາຜ້າໄໝ, ຜ້າຝ້າຍພື້ນເມືອງ, ເຄື່ອງເງິນ, ວັດຖຸມີຄ່າ, ເຄື່ອງທອງເຫລືອງ, ເຄື່ອງປັ້ນດິນເຜົ່າ, ເຄື່ອງຈັກສານຈາກໄມ້ປ່ອງ, ຫວາຍ ແລະ ເຄື່ອງຊົນເຜົ່າ. ພ້ອມນີ້ ພາຍໃນງານຍັງມີການສາທິດການຜະລິດສິນຄ້າຫັດຖະກໍາລາວ ແລະ ຝຶກອົບຮົມ, ການແຂ່ງຂັນຕົບແຕ່ງຮ້ານ, ການແຂ່ງຂັນອອກແບບຜະລິດຕະພັນໃໝ່ ເພື່ອຕໍ່ຍອດສີມີປູ່ຍ່າຕາຍາຍ, ສົ່ງເສີມຜະລິດຕະພັນລາວທ່ຽວລາວ, ກິດຈະກໍາອາພອນເພດອັນສວຍງາມ ແລະ ການສະແດງວັນນະຄະດີຫລາຍປະເພດ. ພ້ອມນີ້ ຍັງມີການເສວະນາຫລາຍຫົວຂໍ້ ເຊັ່ນ: ການນຸ່ງຖືແບບລາວສ້າງຄວາມຍືນຍົງໃຫ້ຊາວຊ່າງຫັດຖະກໍາ, ການເຂົ້າຫາແຫລ່ງທຶນທຸລະກິດຂະໜາດນ້ອຍ ແລະ ກາງ, ການປົກປ້ອງການອອກແບບລາຍດັ່ງເດີມຈາກການລະເມີດລິຂະສິດຢູ່ລາວ, ການສ້າງຄວາມອາດສາມາດໃນຂົງເຂດການຕະຫລາດທາງອອນລາຍໃຫ້ແກ່ຜູ້ປະກອບການ SME, ການຫັນວິກິດໃຫ້ເປັນໂອກາດແກ່ສິນຄ້າຫັດຖະກໍາລາວ ແລະ ການຕະຫລາດ, ມາດຕະຖານຜະລິດຕະພັນ-ການຫຸ້ມຫໍ່ ແລະ ການສ້າງແຮງຈູງໃຈໃຫ້ແກ່ຊາວໜຸ່ມຫັນມາເຫັນຄວາມສໍາຄັນໃນການນໍາໃຊ້ຜະລິດຕະພັນຫັດຖະກໍາລາວ. ງານມະຫາກໍາສີມືຫັດຖະກໍາລາວຈະເປີດໄປຮອດວັນທີ 18 ຕຸລານີ້.










