5 ປະໂຫຍດຂອງໝາກມັງຄຸດ
“ໝາກມັງຄຸດ” ເປັນໝາກໄມ້ທີ່ຄຸ້ນເຄີຍ ແລະ ອາດເປັນໝາກໄມ້ທີ່ຫຼາຍໆ ຄົນມັກກິນຢູ່ແລ້ວ ຍິ່ງເມື່ອໄດ້ຮູ້ວ່າໝາກມັງຄຸດໜ່ວຍນ້ອຍໆ ນັ້ນອຸດົມໄປດ້ວຍສານອາຫານ ແລະ ວິຕາມິນທີ່ຫຼາກຫຼາຍທີ່ມີປະໂຫຍດຕໍ່ຮ່າງກາຍ.
ປະໂຫຍດຂອງໝາກມັງຄຸດ
1 ມັງຄຸດມີວິຕາມິນຊີທີ່ຊ່ວຍຫຍໍ້ເວລາໃນການເປັນໄຂ້ຫວັດໃຫ້ເຊົາໄວຂຶ້ນ ເສີມສ້າງພູມຄຸ້ມກັນພະຍາດໃຫ້ກັບຮ່າງກາຍ ແລະ ຫຼຸດຄວາມສ່ຽງຂອງພະຍາດລັກປິດລັກເປີດ ( ເລືອດອອກຕາມຊອກແຂ້ວ ).
2 ໝາກມັງຄຸດມີວິຕາມິນບີຄອມເພລັກ ( ບີ1 ໄນອະຊິນ ) ທີ່ຊ່ວຍໃນການເຜົາຜານພະລັງງານ ແລະ ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ.
3 ໝາກມັງຄຸດມີໂຟເລດທີ່ດີຕໍ່ຜູ້ຍິງທີ່ຖືພາ ເພາະຊ່ວຍປ້ອງກັນການພິການແຕ່ກຳເນີດໃນເດັກນ້ອຍ ຊ່ວຍໃນການສ້າງນໍ້ານົມຂອງແມ່ຫຼັງເກີດລູກ ແລະ ຍັງຊ່ວຍຫຼຸດຄວາມສ່ຽງເປັນພະຍາດຫົວໃຈນຳອີກ.
4 ມັງຄຸດມີໃຍອາຫານຈຳນວນຫຼາຍ ທີ່ຊ່ວຍການເຮັດວຽກຂອງລະບົບຂັບຖ່າຍ ແລະ ຫຼຸດຄວາມສ່ຽງຂອງພະຍາດທີ່ກ່ຽວກັບລຳໄສ້.
5 ມັງຄຸດມີສານສະກັດຕ້ານການລຸກລາມຂອງມະເຮັງລຳໄສ້ ແລະ ມະເຮັງຕ່ອມລູກໝາກ.