IMF ປັບຄາດການ GDP ໂລກເຫລືອ -4,4% ຫລັງເສດຖະກິດສົ່ງສັນຍານຟື້ນຕົວ
ສໍານັກຂ່າວບລູມເບິກລາຍງານວ່າ: ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມຄາດການເສດຖະກິດໂລກໃນປີນີ້ (2020) ເປັນຫລຸດລົງ -4,4% ເພີ່ມຂຶ້ນຈາກການຄາດຄະເນໃນເດືອນມິຖຸນາ ທີ່ຫລຸດລົງ -4,9%.
IMF ເປີດເຜີຍວ່າ: ປັດໄຈສຳຄັນທີ່ເຮັດໃຫ້ IMF ປັບເພີ່ມຄາດການໃນຄັ້ງນີ້ເປັນຜົນມາຈາກການທີ່ເສດຖະກິດໂລກໄດ້ກັບມາຂະຫຍາຍຕົວຢ່າງແຂງແກ່ນໃນໄຕມາດທີ 2 ໂດຍສະເພາະໃນປະເທດຈີນ ແລະ ໃນປະເທດທີ່ພັດທະນາແລ້ວ ເຊັ່ນອາເມລິກາ ລວມທັງຫລາຍປະເທດໃນທະວີບເອີຣົບ ເຊິ່ງເປັນສັນຍານສຳຄັນວ່າ: ເສດຖະກິດໂລກກຳລັງຈະກັບມາຟື້ນຕົວໃນໄຕມາດທີ 3 ຂອງປີນີ້.
ນອກຈາກນີ້ IMF ຍັງໄດ້ປັບເພີ່ມຄາດການເສດຖະກິດໃນທຸກທະວີບທົ່ວໂລກ ໂດຍປັບເພີ່ມເສດຖະກິດຂອງອາເມລິກາຈາກທີ່ເຄີຍຫລຸດລົງ -8,0% ລົງເຫລືອພຽງ -4,3% ກ່ອນຈະຂະຫຍາຍຕົວເພີ່ມເປັນ 3,1% ປີໜ້າ. ຂະນະທີ່ເຂດໃຊ້ເງິນເອີໂຣ (EU) ຈາກທີ່ເຄີຍຫລຸດລົງ -10,2% ໄດ້ຫລຸດລົງມາຢູ່ລະດັບ -8,3% ກ່ອນຈະຂະຫຍາຍຕົວ 5,2% ໃນປີ 2021 ແລະ ປັບເພີ່ມຄາດການເສດຖະກິດຈີນຈາກທີ່ເຄີຍຂະຫຍາຍຕົວ 1,0% ໄດ້ປັບເພີ່ມເປັນ 1,9% ກ່ອນຈະຂະຫຍາຍຕົວເພີ່ມເປັນ 8,2% ໃນປີໜ້າ.
ເຖິງຢ່າງໃດກໍຕາມ, IMF ກ່າວເຕືອນວ່າ: ເຖິງວ່າເສດຖະກິດໂລກຈະກັບມາຂະຫຍາຍຕົວໃນໄຕມາດທີ 2 ແລະ 3 ແຕ່ຍັງເປັນການຂະຫຍາຍຕົວທີ່ບໍ່ແນ່ນອນ ເນື່ອງຈາກຫລາຍປະເທດຍັງຜະເຊີນກັບການລະບາດຂອງໄວຣັສໂຄວິດ-19. ອີກທັງການທີ່ເສດຖະກິດຂອງຫລາຍປະເທດເກີດການຫລຸດຖອຍເປັນໄລຍະເວລາດົນ ລວມທັງການໃຊ້ນະໂຍບາຍເສດຖະກິດທີ່ຜິດພາດອາດເຮັດໃຫ້ເສດຖະກິດມີຊ່ອງຫວ່າງ ແລະ ລະບົບທະນາຄານທີ່ອ່ອນແອອາດເຮັດໃຫ້ເສດຖະກິດກັບມາຂະຫຍາຍຕົວຊ້າອີກໃນອະນາຄົດ.
ນອກຈາກນີ້ ຍັງລະບຸວ່າ: ຜູ້ກຳນົດນະໂຍບາຍຂອງແຕ່ລະປະເທດຄວນໃຫ້ຄວາມສຳຄັນຕໍ່ການສ້າງບັບເຟີຂອງທະນາຄານຂຶ້ນມາໃໝ່ ລວມທັງສ້າງກົດລະບຽບທີ່ເຂັ້ມງວດສຳລັບສະຖາບັນການເງິນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມສ່ຽງຖ້າອັດຕາດອກເບ້ຍຂອງປະເທດຍັງຢູ່ໃນລະດັບທີ່ຕໍ່າ ຫລື ຕິດລົບເປັນເວລາດົນ.