ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ

- e8j6e0dk - ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ
- kitchen vibe - ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ

​ເພື່ອນ​ຜູ້​ອ່ານທີ່​ຮັກ​ແພງ, ຫລາຍ​ທ່ານ​ກໍ​ອາດ​ຈະ​ມີ​ຄວາມ​ຮູ້ສຶກ​ຄື ທ່ຽງ​ທຳ ຕໍ່​ກັບ​ຄວາມ​ເປ​ັນ​ເຈົ້າຂອງ​ສັງຄົມ​ຕໍ່​ກັບ​ການ​ອະນາ​ໄມ​ຕົວ​ເມືອງ ​ເຊິ່ງປາກົດການ​ດັ່ງກ່າວ​ມັນສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ການຖິ້ມຂີ້​ເຫຍື້ອຊະຊາຍ​ຕາມ​ແຄມ​ຖະໜົນ ຫລື ​ເຂດ​ສາທາລະນະ​ຊົນ​ຕ່າງໆ. ດັ່ງ​ຢູ່​ນະຄອນຫລວງ​ໃນ​ປັດຈຸບັນ ​ໃນ​ຂະນະ​ທີ່​ແຕ່ລະ​ເມືອງ​ແຕ່​ລະ​ບ້ານ​ໄດ້​ມີ​ຄຳ​ສັ່ງ ​ແລະ ​ເຮ​ັດສັນຍາ​ກັບ​ລູກບ້ານ​ຂອງ​ຕົນ​ໃນ​ການ​ຮັກສາ​ອະນາ​ໄມ​ໜ້າ​ບ້ານ, ​ເສັ້ນທາງ​ໃນ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ​ແຕ່​ແລ້ວ​ກໍ​ຍັງ​ມີ​ຜູ້​ປະຕິບັດ​ໄດ້​ໜ້ອຍ ​ແລະ ການ​ເຮັດອະນາ​ໄມ​ລວມ​ໃນ​ແຕ່​ລະ​ວັນ​ເສົາ-ວັນ​ອາທິດ​ນັ້ນກໍ​ເຮັດ​ໄດ້​ເປັນ​ພຽງ​ຄັ້ງຄາວ​ເທົ່າ​ນັ້ນ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ຍັງ​ມີ​ບາງ​ຄອບຄົວທີ່​ອາ​ໄສ​ຢູ່​ແຄມ​ທາງ​ຍັງ​ເປີດ​ບໍລິການ​ໃຫ້​ລ້າງ​ລົດ​ຢ່າງ​ຂາດ​ການ​ອະນາ​ໄມ ​ແລະ ​ເປັນສາ​ເຫດ​ຕົ້ນຕໍ​ໜຶ່ງ​ພາ​ໃຫ້​ຮ່ອງ​ລະບາຍ​ນ້ຳ​ໃນ​ຕົວ​ເມືອງ​ອຸດ​ຕັນ​ໄດ້ ​ແລະ ບາງ​ຄອບຄົວ​ເປີດ​ຮ້ານ​ໝີ່, ຮ້ານ​ເຝີ ຫລື ຂາຍຂອງ​ກິນ​ສຸກ​ຕ່າງໆ ຍັງ​ຖອກ​ນ້ຳລ້າງ​ຖ້ວຍ​ລ້າງ​ບ່ວງ​ລົງ​ເສັ້ນທາງ​ກໍ​ຍັງ​ມີ​ຢູ່​ຢ່າງ​ບັງອາດ ມັນ​ບໍ່​ສະ​ເພາະ​ແຕ່​ສ້າງ​ຄວາມ​ເປື້ອນ​ເປິະ ​ແລະ ຂາດ​ອະນາ​ໄມ​ໃຫ້​ແກ່​ຕົວ​ເມືອງ​ເທົ່າ​ນັ້ນ ​ເຊິ່ງມັນ​ຍັງ​ເຮັດ​ໃຫ້​ສັງຄົມ​ເບິ່ງ​ເຮົາ​ຄື​ເປັນ​ຄົນ​ວັດທະນະທຳ​ຕໍ່າ. ສິ່ງ​ນີ້​ອຳນາດ​ການ​ປົກຄອງ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສຳ​ຫລວດ​ກວດກາ​ລູກບ້ານ​ຂອງ​ຕົນ​ຕື່ມ​ອີກ ​ໃນ​ຂະນະ​ທີ່​ຫລາຍ​ບ້ານ​ໄດ້​ຮັບ​ໃບຢັ້ງຢືນ​ເປັນ​ຄອບຄົວ ​ແລະ ບ້ານ​ວັດທະນະທຳ​ມາ​ແລ້ວ, ​ແຕ່​ປາກົດການ​ຂາດ​ວັດທະນະທຳ​ໃນ​ການ​ຮັກສາ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ຂອງ​ຕົວ​ເມືອງ ກໍ​ຄື​ບ້ານ ​ແລະ ຄອບຄົວ​ຕົນ​ເອງ​ຍັງ​ປາກົດ​ມີ​ໃຫ້​ເຫັນ ​ເຊິ່ງພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຮ່ວມ​ກັນ​ແກ້​ໄຂ ​ເພື່ອ​ກະຕຸກ​ຊຸກຍູ້​ໃຫ້ການ​ຈັດຕັ້ງປະຕິບັດ​ຄຳ​ຂວັນ 6 ສ ຂອງ​ນະຄອນຫລວງ​ວຽງ​ຈັນ​ວາງ​ອອກ​ປາກົດ​ຜົນ​ເປັນ​ຈິງ ​ໂດຍ​ສະ​ເພາະ ສ.ສະອາດ, ສ.ສະ​ເໜ່ ​ແລະ ສ.ສີວິ​ໄລ ​ໃນ​ອະນາຄົດ.

​ໃນ​ຜ່ານ​ມາ​ມີ​ຫລາຍ​ຄົນ​ຄິດ​ວ່າ: ການ​ອະນາ​ໄມ​ຕົວ​ເມືອງ​ເປັນ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ອົງການ​ພັດທະນາ ​ແລະ ບໍລິຫານ​ຕົວ​ເມືອງ​ພຽງ​ຜູ້​ດຽວ. ນັ້ນ​ເປັນຄວາມ​ຄິດ​ທີ່​ຜິດພາດ, ການ​ອະນາ​ໄມ​ຕົວ​ເມືອງ​ຕ້ອງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ປວງ​ຊົນ, ຖ້າ​ທຸກ​ຄົນ​ເປັນ​ເຈົ້າການ​ບໍ່​ຖິ້ມຂີ້​ເຫຍື້ອຊະຊາຍ ຮູ້​ອະນາ​ໄມ​ເຂດ​ທີ່​ຕົນ​ຢູ່​ອາ​ໄສ​ແລ້ວ ກໍ​ຈະ​ຊ່ວຍ​ໃຫ້​ຄວາມ​ສະອາດ​ຂອງ​ຕົວ​ເມືອງ​ນັບ​ມື້ດີ​ຂຶ້ນ ປາສະຈາກ​ຂີ້​ເຫຍື້ອ ​ແລະ ສົກກະປົກ​ຕ່າງໆ ​ແລະ ຄຽງ​ຄູ່​ກັນນັ້ນ ຜູ້​ຮັບຜິດຊອບ​ວຽກ​ງານ​ນີ້​ຂອງ​ຕົວ​ເມືອງ​ກໍ​ຕ້ອງ​ໄດ້​ມີ​ຄວາມ​ຕັ້ງໜ້າ​ເຮັດ​ແທ້​ທຳ​ຈິງ ​ໂດຍ​ສະ​ເພາະ​ຜູ້​ປະກອບ​ການ​ເກັບ​ມ້ຽນ​ຂີ້​ເຫຍື້ອຕາມ​ຄຸ້ມ​ບ້ານ, ຊານ​ເມືອງ ​ແລະ ບ່ອນ​ສາທາລະນະ​ຕ່າງໆ ກໍ​ຕ້ອງ​ໃຫ້​ເປັນ​ປົກກະຕິ​ກໍ​ຈະ​ຊ່ວຍ​ໃຫ້​ຕົວ​ເມືອງ​ເຮົາ​ມີ​ຄວາມ​ສະອາດ​ງາມ​ຕາ​ດັ່ງ​ຫລາຍໆ​ປະ​ເທດ​ທີ່​ເພິ່ນ​ເອົາ​ໃຈ​ໃສ່.

- Visit Laos Visit SALANA BOUTIQUE HOTEL - ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ
- 4 - ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ
- 5 - ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ
- 3 - ຄວາມເປັນເຈົ້າການອະນາໄມ ຕົວເມືອງຂອງສັງຄົມຍັງມີໜ້ອຍ