ອາເຈນຕີນ້າ ຊະນະ ໂບລີວີ້ 2-1 ຄັດເລືອກບານໂລກ 2022
October 14, 2020 - 1:45 PM
ໃນວັນທີ 14 ຕຸລານີ້.ການແຂ່ງຂັນຄັດເລືອກ ບານໂລກ 2022 ນັດທີ 2 ຂົງເຂດອາເມຣິກາໃຕ້ ທີມຊາດອາເຈນຕີນ້າ ນຳທີມໂດຍ ລີໂອເນວ ເມັສຊີ້ ກອງໜ້າຈາກ ບາຣເຊໂລນ້າ ພາທີມບຸກຊະນະ ໂບລີວີ້ ວຸດວິດ 2-1 ຖືກນຳກ່ອນນາທີ 24 ແຕ່ຍິງແຊງສອງປະຕູຈາກ ເລົາຕາໂລ້ ມາຕີເນັຊ ກອງໜ້າຈາກ ອິນເຕີ ມິລານ ນາທີ 45 ແລະ ຢົວຄິນ ໂຄເຣອາ ນາທີ 79 ຫມົດເວລາທີມຊາດອາເຈນຕີນ້າ ຊະນະ ໂບລີວີ້ 2-1.









