Eli Lilly ປະກາດໂຈະທົດສອບວັກຊີນໂຄວິດ-19
Eli Lilly ປະກາດໂຈະທົດສອບວັກຊີນໂຄວິດ-19 ເນື່ອງຈາກຂໍ້ກັງວົນດ້ານຄວາມປອດໄພ.
Eli Lilly ບໍລິສັດຜູ້ຜະລິດຢາຢູ່ອາເມລິກາ ປະກາດໂຈະການທົດລອງແອນຕິບໍດີໂຄວິດ-19 ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຊົ່ວຄາວ ເນື່ອງຈາກຂໍ້ກັງວົນດ້ານຄວາມປອດໄພ.
ທ່ານ ມໍລີ່ ແມກຄູລລີ່ ໂຄສົກຂອງ Eli Lilly ຢືນຢັນໂຈະການທົດສອບແອນຕິບໍດີຊົ່ວຄາວ ພ້ອມເປີດເຜີຍວ່າ: ຄະນະກຳມະການກວດສອບຂໍ້ມູນ ແລະ ຄວາມປອດໄພ (DSMB) ໄດ້ແນະນຳໃຫ້ຢຸດຮັບອາສາສະໝັກໃນການທົດລອງ ເຊິ່ງທາງບໍລິສັດສະໜັບສະໜູນການຕັດສິນໃຈດັ່ງກ່າວເພື່ອຄວາມປອດໄພຂອງອາສາສະໝັກທີ່ເຂົ້າຮ່ວມທົດລອງ ເຊິ່ງເປັນສິ່ງສຳຄັນທີ່ສຸດ.
ເຖິງຢ່າງໃດກໍດີ, ຍັງບໍ່ຮູ້ແນ່ນອນວ່າ: ບັນຫາຄວາມປອດໄພໃດທີ່ເຮັດໃຫ້ບໍລິສັດຕັດສິນໃຈໂຈະການທົດສອບ.
ໂດຍການໂຈະການທົດສອບວັກຊີນດັ່ງກ່າວເກີດຂຶ້ນພຽງໜຶ່ງມື້ ຫລັງຈາກ ຈອນສັນແອນຈອນສັນ ປະກາດໂຈະການທົດສອບວັກຊີນ ເນື່ອງຈາກອາສາສະໝັກມີອາການບໍ່ສະບາຍໂດຍບໍ່ຮູ້ສາເຫດ ແລະ ໜຶ່ງເດືອນກ່ອນໜ້າ ແອສຕຣາເຊເນກາ ໂຈະການທົດສອບເນື່ອງຈາກອາການບໍ່ສະບາຍຂອງອາສາສະໝັກເຊັ່ນກັນ.