ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 14 ຕຸລາ 2020
- ສານດີກາຂອງອາເມລິກາ ໄດ້ອະນຸຍາດໃຫ້ຝ່າຍບໍລິຫານຂອງທ່ານ ທຣຳ ຢຸດການສຳຫລວດສຳມະໂນປະຊາກອນຂອງປະເທດລົງກ່ອນກຳນົດ ໂດຍຝັ່ງລັດຖະບານກ່າວວ່າ ຈະຕ້ອງດຳເນີນການນັບປະຊາກອນໃຫ້ສຳເລັດກ່ອນກຳນົດ ເພື່ອໃຫ້ເປັນໄປຕາມກຳນົດເວລາຕາມກົດໝາຍ.
ຝ່າຍກົງກັນຂ້າມຂັດແຍ່ງວ່າ: ຄວາມທ່ຽງຕົງເປັນສິ່ງສຳຄັນ ເນື່ອງຈາກການຈັດສັນທາງການເມືອງ ແລະ ງົບປະມານຈະສົ່ງຜົນຕໍ່ຜົນລັບໃນການເລືອກຕັ້ງ.
ຂະນະດຽວກັນ Amy Coney Barrett ທີ່ຖືກເລັ່ງໃຫ້ເຂົ້າຮັບຕຳແໜ່ງຜູ້ພິພາກສາສານດີກາຜ່ານການພິຈາລະນາຢືນຢັນໃນວຸດທິສະພາ ໄດ້ສາບານວ່ານາງຈະບໍ່ກາຍເປັນ “ຫຸ້ນເຊີດ” ຂອງປະທານາທິບໍດີ ແລະ ໄດ້ປະຕິເສດທີ່ຈະເປີດເຜີຍຄວາມຄິດເຫັນຂອງນາງກ່ຽວກັບກົດໝາຍການເອົາລູກອອກ, ການເລືອກຕັ້ງ ຫລື ການເບິ່ງແຍງດ້ານສຸຂະພາບ.
- ອົງການການຄ້າໂລກ (WTO) ໄດ້ອະນຸຍາດໃຫ້ສະຫະພາບເອີຣົບເກັບພາສີໃນການສົ່ງອອກຂອງອາເມລິກາ ມູນຄ່າ 4.000 ລ້ານ ເພື່ອເປັນການຕອບໂຕ້ສຳລັບການສະໜັບສະໜູນທີ່ຜິດກົດໝາຍ ເຊິ່ງມອບໃຫ້ບໍລິສັດ Boeing ທີ່ເປັນຜູ້ຜະລິດເຮືອບິນສັນຊາດອາເມລິກາ ແລະ ເປັນຄູ່ແຂ່ງສຳຄັນຂອງບໍລິສັດ Airbous ຈາກເອີຣົບ.
ພວກເຂົາໄດ້ຕໍ່ສູ້ກັນມາເປັນເວລາ 16 ປີສຳລັບເລື່ອງເງິນສະໜັບສະໜູນຢ່າງຜິດກົດໝາຍທີ່ແຕ່ລະຝ່າຍໄດ້ຮັບ ໂດຍໃນປີຜ່ານມາ WTO ໄດ້ໃຫ້ສິດອາເມລິກາໃນການເກັບພາສີນຳເຂົ້າຈາກເອີຣົບມູນຄ່າ 7.500 ລ້ານໂດລາ ເພື່ອຕອບໂຕ້ການຊ່ວຍເຫລືອທີ່ຜິດກົດໝາຍຈາກລັດສຳລັບບໍລິສັດ Airbus.
- ໂຄງການອາຫານໂລກແຫ່ງສະຫະປະຊາຊາດ (The United Nations World Food Programme : WFP) ກ່າວວ່າ ຈະຕ້ອງເພີ່ມເງິນ 6.800 ລ້ານໂດລາ ເພື່ອຫລີກລ່ຽງຄວາມອຶດຫິວທີ່ກຳລັງຈະເກີດຂຶ້ນຈາກວິກິດ COVID-19.
ຈົນຮອດຕອນນີ້ WFP ເຊິ່ງໃນອາທິດຜ່ານມາໄດ້ຮັບລາງວັນໂນເບລສາຂາສັນຕິພາບ ໄດ້ມີການລະດົມທຶນມູນຄ່າ 1.600 ລ້ານໂດລາ ເຂົ້າສູ່ໂຄງການນີ້ ເຊິ່ງຈະເປັນການຊ່ວຍຈັດຫາອາຫານໃຫ້ 97 ລ້ານຄົນໃນ 90 ປະເທດ ລວມທັງການຈັດສົ່ງສິນຄ້າທາງການແພດໄປໃຫ້ 120 ກວ່າປະເທດທົ່ວໂລກໃນໄລຍະທີ່ມີການລະບາດ.
- Eli Lilly ເຊິ່ງເປັນ 1 ບໍລິສັດຜູ້ຜະລິດຢາຊັ້ນນຳ ໄດ້ໂຈະການທົດສອບການປິ່ນປົວ COVID-19 ຊົ່ວຄາວ ໂດຍເກີດຂຶ້ນພຽງ 1 ມື້ຫລັງຈາກ Johnson & Johnson ສັ່ງໂຈະການທົດລອງວັກຊີນ.
Eli Lilly ອ້າງເຖິງ “ຂໍ້ກັງວົນດ້ານຄວາມປອດໄພທີ່ອາດເກີດຂຶ້ນ” ໂດຍການບຳບັດດ້ວຍ Antibody ເຊິ່ງປະທານາທິບໍດີ ໂດນັລ ທຣຳ ຍົກຍ້ອງວ່າເປັນການປິ່ນປົວທີ່ມີປະສິດທິພາບ. ຂະນະທີ່ ສຳນັກຂ່າວ Reuters ລາຍງານວ່າ: ຜູ້ກວດສອບຢາຂອງລັດຖະບານກາງໄດ້ອອກມາເປີດເຜີຍເຖິງບັນຫາດ້ານການຄວບຄຸມຄຸນນະພາບທີ່ຮ້າຍແຮງ ຢູ່ໂຮງງານຜະລິດແຫ່ງໜຶ່ງຂອງ Eli Lilly.
- Jaroslaw Kaczynski ຮອງນາຍົກລັດຖະມົນຕີຂອງປະເທດໂປແລນ ແລະ ຫົວໜ້າຝ່າຍກົດໝາຍ ແລະ ຄວາມຍຸຕິທຳຂອງຝ່າຍປົກຄອງ ໄດ້ຂູ່ວ່າຈະຢັບຢັ້ງແພັກເກດການກະຕຸ້ນເສດຖະກິດຂອງສະຫະພາບເອີຣົບ ມູນຄ່າ 1,8 ລ້ານເອີໂຣ (2,1 ລ້ານໂດລາ) ຖ້າມີການໄປເຊື່ອມໂຍງກັບການເຄື່ອນໄຫວດ້ານການເຄົາລົບຫລັກນິຕິທຳ.
ລັດຖະບານກ່າວວ່າ: ເງິນທຶນເຫລົ່ານີ້ໄດ້ຮັບການອອກແບບມາເພື່ອບັນເທົາຜົນກະທົບຈາກ COVID-19 ເທົ່ານັ້ນ. ຂະນະທີ່ພວກເຂົາຖືກວິພາກວິຈານວ່າບໍ່ສາມາດຮັບຮອງມາດຕະຖານຂອງຄວາມເປັນປະຊາທິປະໄຕ ແລະ ວາທະສິນທີ່ຕໍ່ຕ້ານກຸ່ມຫລາກຫລາຍທາງເພດ (LGBT) ໄດ້.
- ປະເທດໄຊປຣັສ (Cyprus) ໄດ້ໂຈະໂຄງການ “Golden Passport” ເຊິ່ງເປັນການລົງທຶນດ້ານຄວາມປອດໄພຂອງໜັງສືເດີນທາງພາຍໃນປະເທດທີ່ມີມູນຄ່າ 2 ລ້ານເອີໂຣ (2,3 ລ້ານໂດລາ) ເຊິ່ງໂຄງການນີ້ໃນອະດີດໄດ້ເຮັດໃຫ້ຜູ້ທີ່ມີ Golden Passport ມີສິດຈະອາໄສຢູ່ໃນປະເທດໃດໆກໍໄດ້ໃນສະຫະພາບເອີຣົບ.
ການຕັດສິນໃຈດັ່ງກ່າວ ເກີດຂຶ້ນຫລັງຈາກເຈົ້າໜ້າທີ່ຂອງໄຊປຣັສໄດ້ຢືນຢັນໜັງສືເດີນທາງໃຫ້ນັກທຸລະກິດຊາວຈີນ ເຊິ່ງມີປະຫວັດອາຊະຍາກຳ. ຂະນະທີ່ໂຄງການນີ້ມັກໄດ້ຮັບຄຳວິພາກວິຈານວ່າເປັນສິ່ງທີ່ສະໜັບສະໜູນບຸກຄົນທີ່ເຮັດຜິດກົດໝາຍ.
- ສຳນັກງານພະລັງງານສາກົນ (The International Energy Agency) ໄດ້ເປີດເຜີຍຄາດການໃນລາຍງານສະບັບໃໝ່ ວ່າແຫລ່ງພະລັງງານໝູນວຽນຈະເຂົ້າມາແທນພະລັງງານຖ່ານຫີນ ແລະ ກາຍເປັນວິທີການຜະລິດໄຟຟ້າຊັ້ນນຳຂອງໂລກພາຍໃນປີ 2025 ໂດຍສະເພາະພະລັງງານແສງອາທິດ ເຊິ່ງຄາດວ່າຈະເພີ່ມຂຶ້ນເຖິງ 12% ຕໍ່ປີ ເນື່ອງຈາກເຕັກໂນໂລຊີກຳລັງເຕີບໃຫຍ່ຢ່າງເຕັມສ່ວນ ແລະ ລາຄາກໍຫລຸດຕໍ່າລົງ.
ນອກຈາກນີ້ ຍັງຄາດວ່າການໃຊ້ພະລັງງານໂຊລາເຊລແສງຕາເວັນ ແລະ ພະລັງງານລົມລວມກັນ ຈະສາມາດຄິດເປັນ 30% ຂອງການໃຊ້ພະລັງງານທັງໝົດໃນໂລກພາຍໃນປີ 2030.