ເກົາຫຼີເໜືອ ສ້າງຕັ້ງມະຫາວິທະຍາໄລປ້ອງກັນຊາດ ຄີມຈອງອູນ
October 15, 2020 - 3:45 PM
ສຳນັກຂ່າວ Yonhap ລາຍງານ ເມືອວັນທີ 14 ຕຸລານີ້ວ່າ: ເປັນຄັ້ງທຳອິດທີ່ເກົາຫຼີເໜືອ ສ້າງຕັ້ງມະຫາວິທະຍາໄລຂຶ້ນ ໂດຍໃສ່ຊື່ຜູ້ນຳທີ່ກຳລັງດຳລົງຕຳແໜ່ງຢູ່. ບັນດາເຫຼົ່ານັກສຶກສາມະຫາວິທະຍາໄລ ຄີມຈອງອູນ ກໍມີໜ້າເດີນສ່ວນສະໜາມໃນວັນທີ 10 ຕຸລາທີ່ຜ່ານມາ.
ບໍ່ໄດ້ມີຂໍ້ມູນເປັນທາງການໃດໆ ບອກວ່າການສ້າງມະຫາວິທະຍາໄລປ້ອງກັນຊາດ ໂດຍໃສ່ຊື່ຂອງທ່ານ ຄີມຈອງອູນ, ພຽງແຕ່ໄດ້ຮັບຂໍ້ມູນໂດຍລວມຈາກສຳນັກຂ່າວແຫ່ງຊາດເກົາຫຼີເໜືອ KCNA ໃນການສ່ວນສະໜາມສະຫຼອງວັນສ້າງຕັ້ງພັກແຮງງານເກົາຫຼີຄົບຮອບ 75 ປີໃນວັນທີ 10 ຕຸລາຜ່ານມາ ທີ່ບອກວ່າ ກ້ອນກຳລັງຂອງນັກສຶກສາ “ມະຫາວິທະຍາໄລປ້ອງກັນຊາດ ຄີມຈອງອູນ” ແຕ່ບໍ່ໄດ້ມີຂໍ້ມູນຈາກມະຫາວິທະຍາໄລແຫ່ງນີ້ເລີຍ, ນອກເໜືອຈາກຂໍ້ມູນທີ່ບອກວ່າ: “ໄດ້ກໍ່ສ້າງຊັບພະຍາກອນມະນຸດໃນຂົງເຂດປ້ອງກັນຊາດ ແລະ ເທັກໂນໂລຊີ” ທີ່ສຳນັກຂ່າວສານແຫ່ງຊາດຂອງເກົາຫຼີເໜືອ ສະເໜີໃນງານສ່ວນສະໜາມໃນ ວັນທີ 10 ຕຸລາຜ່ານມາ.