ຣັດເຊຍ ຂຶ້ນທະບຽນວັກຊີນໂຄວິດ ຊະນິດທີ 2
ທ່ານ ປູຕິນ ເຜີຍ ຣັດເຊຍຂຶ້ນທະບຽນວັກຊີນຕ້ານໂຄວິດ ຊະນິດທີ 2 ຊື່ “ເອພິວັກໂຄໂຣນາ” ຫລັງຂຶ້ນທະບຽນວັກຊີນທຳອິດຊື່ ສະປຸດນິກ 5.
ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ປະກາດລະຫວ່າງກອງປະຊຸມລັດຖະບານທາງອອນລາຍວ່າ: ສູນວິໄຈໄວຣັສ ແລະ ເຕັກໂນໂລຊີຊີວະພາບຣັດເຊຍ (VECTOR) ໃນເມືອງໂນໂວຊີບີສ ໄດ້ຂຶ້ນທະບຽນວັກຊີນຕ້ານພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຊະນິດທີ 2 ຂອງຣັດເຊຍແລ້ວ.
ບັນທຶກຈາກທຳນຽບນະຄອນເກຣມລິນລາຍງານຄຳກ່າວຂອງປະທານາທິບໍດີ ປູຕິນວ່າ: ສູນວິໄຈໄວຣັສ ແລະ ເຕັກໂນໂລຊີຊີວະພາບຣັດເຊຍໃນເມືອງໂນໂວຊີບີສໄດ້ຂຶ້ນທະບຽນວັກຊີນຕ້ານພະຍາດໂຄວິດ-19 ຊະນິດທີ 2 ຂອງຣັດເຊຍແລ້ວ ໃນວັນທີ 15 ຕຸລານີ້ ໂດຍໃສ່ຊື່ວ່າ ເອພິວັກໂຄໂຣນາ (EpiVacCorona).
ທ່ານ ທັດຢານາ ໂກລິໂຄວາ ຮອງນາຍົກລັດຖະມົນຕີຣັດເຊຍ ກ່າວລະຫວ່າງກອງປະຊຸມວ່າມີອາສາສະໝັກເຂົ້າຮ່ວມການທົດລອງທາງຄລີນິກຂອງວັກຊີນຊະນິດນີ້ລວມ 100 ຄົນ ໂດຍວັກຊີນຊະນິດນີ້ມີຄວາມປອດໄພ ແລະ ມີປະສິດທິພາບດ້ານການກະຕຸ້ນພູມຄຸ້ມກັນສູງ.
ຣັດເຊຍຂຶ້ນທະບຽນວັກຊີນຕ້ານພະຍາດໂຄວິດ-19 ຊະນິດທຳອິດໃນຕົ້ນເດືອນສິງຫາຜ່ານມາ ໂດຍໃສ່ຊື່ວ່າ ສະປຸດນິກ 5 (Sputnik V) ເຊິ່ງຕັ້ງຕາມດາວທຽມທີ່ຣັດເຊຍຍິງຂຶ້ນສູ່ອະວະກາດເມື່ອປີ 1957.
ເຖິງຢ່າງໃດກໍຕາມ, ວັກຊີນຊະນິດນີ້ຖືກຄິດຄົ້ນໂດຍສະຖາບັນວິໄຈທາງວິທະຍາສາດດ້ານລະບາດວິທະຍາ ແລະ ຈຸລະຊີວະວິທະຍາກາມາເລຍາ ເຊິ່ງເປັນສະຖາບັນການແພດທີ່ຕັ້ງຢູ່ໃນພື້ນທີ່ໃກ້ກັບນະຄອນຫລວງມົດສະກູ ເມືອງຫລວງຂອງປະເທດ.