ບາເຢິນ ເຂົ້າຮອບ 2 ເດເອຟເບ ໂພຄາວ 2020-21
October 16, 2020 - 1:56 PM
ການແຂ່ງຂັນບານເຕະ ເດເອຟເບ ໂພຄາວ (DFB Pokal) ເຢຍລະມັນ ລະດູການໃຫມ່ 2020-21 ຮອບທີ 1 ຄືນວັນທີ 15 ຕຸລາຜ່ານມາ, ຊຶ່ງເລື່ອນມາແຕ່ເດືອນກັນຍາ ເອຟຊີ ດູເຣນ ທີມຈາກລີກອັນດັບ 5 ຂອງປະເທດ ເປີດບ້ານເສຍໃຫ້ ບາເຢິນ ມິວນິກ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 20 ສະໄໝ 0-3 ແຊ້ມເກົ່າໄດ້ປະຕູຈາກ: ໂຊໂປ ໂມຕິ້ງ ກອງໜ້າໃໝ່ທີ່ຍ້າຍມາຈາກ ປາຣີ ແຊັງແຊກແມັງ ໃນສັນຍາຍືມຕົວ ຍິງເຂົ້າສອງປະຕູນາທີ 24′ ແລະ 75′ ອີກໜຶ່ງປະຕູຈາກ: ໂທມັສ ມຸນເລີ ນາທີ 36′.