ໃສ່ໜ້າກາກອະນາໄມແນວໃດບໍ່ໃຫ້ເປັນສິວ
ຈາກສະຖານະການການລະບາດຂອງເຊື້ອໄວຣັສໂຄວິດ – 19 ໃນປັດຈຸບັນ ເຮັດໃຫ້ການໃສ່ໜ້າກາກອະນາໄມເປັນສິ່ງສຳຄັນຫລາຍສຳລັບທຸກຄົນ, ແຕ່ການໃສ່ໜ້າກາກອະນາໄມກໍອາດເຮັດໃຫ້ເກີດສິວໄດ້ ເນື່ອງຈາກການໃສ່ໜ້າກາກອະນາໄມສົ່ງຜົນໃຫ້ອາກາດບໍ່ສາມາດຖ່າຍເທໄດ້ສະດວກ ເຮັດໃຫ້ເກີດການອັດຕັນຈາກເຫື່ອ, ເຄື່ອງສຳອາງ ຫລື ລະອອງນຳ້ຈາກລົມຫາຍໃຈຂອງເຮົາໄດ້. ມື້ນີ້ພວກເຮົາຈຶ່ງມີວິທີການຫລີກເວັ້ນຄວາມສ່ຽງການເກີດສິວໃນສະຖານະການປັດຈຸບັນມາແນະນຳບັນດາທ່ານ.
- ໃຊ້ຜະລິດຕະພັນບຳລຸງຜິວ ແລະ ເຄື່ອງສຳອາງທີ່ບໍ່ເຮັດໃຫ້ເກີດສິວອັດຕັນ (non-comedogenic) ຫລື ເລືອກຜະລິດຕະພັນທີ່ບໍ່ມີສ່ວນປະສົມຂອງນຳ້ມັນ.
- ຫລີກເວັ້ນການແຕ່ງໜ້າບໍລິເວນໃບໜ້າເຄິ່ງລຸ່ມ ເພື່ອປ້ອງກັນການອັດຕັນຂອງເຄື່ອງສຳອາງບໍລິເວນທີ່ໃສ່ໜ້າກາກອະນາໄມ.
- ຫາໂອກາດຖອດໜ້າກາກອະນາໄມບາງຄັ້ງຄາວເມື່ອບໍ່ໄດ້ຢູ່ໃກ້ກັບຜູ້ອື່ນ ເພື່ອໃຫ້ອາກາດສາມາດຖ່າຍເທໄດ້ແດ່.
- ຫລີກເວັ້ນການຈັບບາຍໃບໜ້າ ຫາກມີຄວາມຈຳເປັນຄວນລ້າງມືດ້ວຍສະບູ ຫລື ເຈວອານກໍຮໍກ່ອນທຸກເທື່ອ.
- ຫາກເປັນໄປໄດ້ ຄວນປ່ຽນໜ້າກາກອະນາໄມທຸກມື້.
- ຫລີກເວັ້ນສະຖານທີ່ແອອັດ ຫລື ອາກາດຮ້ອນໆ.
- ເຮັດຄວາມສະອາດຜິວໜ້າດ້ວຍຜະລິດຕະພັນເຮັດຄວາມສະອາດໃບໜ້າຢ່າງໜ້ອຍ 2 ເທື່ອ ເພື່ອໃຫ້ໝັ້ນໃຈວ່າສິ່ງເປິເປື້ອນເທິງໃບໜ້າຖືກລ້າງອອກຢ່າງໝົດກ້ຽງ ໂດຍສະເພາະຫາກມີການແຕ່ງໜ້າ.
- ຜູ້ທີ່ເປັນສິວຕະຫລອດຢູ່ແລ້ວ ຄວນໃຊ້ຢາຕາມຄຳແນະນຳຂອງແພດເພື່ອໃຫ້ສາມາດແກ້ໄຂບັນຫາໄດ້ຢ່າງກົງຈຸດ.
- ຄວາມເຄັ່ງຄຽດສາມາດກະຕຸ້ນໃຫ້ເກີດສິວໄດ້ ຈຶ່ງຄວນຫລີກເວັ້ນຄວາມເຄັ່ງຄຽດ ແລະ ຮັບຂ່າວສານຕາມຄວາມເໝາະສົມ.
- ຫາກບໍ່ແນ່ໃຈວ່າເປັນສິວ ຫລື ຕຸ່ມຜື່ນ ຄວນປຶກສາແພດ ເນື່ອງຈາກອາດເປັນອາການຜິວໜັງອັກເສບຈາກການສຳຜັດໜ້າກາກອະນາໄມ (allergic contact dermatitis) ເຊິ່ງມັກສະແດງອາການເປັນຜື່ນແດງຄັນ ຫລື ມີຕຸ່ມໜອງຂະໜາດນ້ອຍໆຄ້າຍຄືສິວໄດ້, ແຕ່ວິທີການປິ່ນປົວຈະແຕກຕ່າງກັບການປິ່ນປົວສິວ.