UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ

UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ - UNICEF                                                                                      - UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ
UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ - kitchen vibe - UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ

ອົງການ​ກອງ​ທຶນ​ເພື່ອ​ເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (UNICEF) ຍັງ​ຢືນຢັນ​ໃນ​ຂໍ້​ຮຽກຮ້ອງ​ເຖິງ​ທຸກ​ຝ່າຍ​ໃນ​ຖະ​ແຫລ​ງການ​ທີ່​ເຄີຍ​ຖະ​ແຫລ​ງ​ໄປ​​ແລ້ວ​ກ່ອນ​ໜ້າ​ນີ້ ​ໂດຍ​ພວກ​ເຮົາ​ຍັງ​ເຝົ້າຕິດຕາມ​ສະຖານະ​ການ​ການ​ຊຸມນຸມ​ພາຍ​ໃນ​ປະ​ເທດ​ໄທ​ຢ່າງ​ໃກ້ຊິດ. UNICEF ຮູ້ສຶກ​ກັງວົນ​ຕໍ່​ອັນຕະລາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນຕໍ່​ເດັກ ​ແລະ ​ເຍົາວະ​ຊົນທ່າມກາງການຊຸມນຸມທີ່ເກີດຂຶ້ນໃນປະເທດໄທ ແລະ ຂໍຮຽກຮ້ອງໃຫ້ທຸກຝ່າຍເຄົາລົບສິດ ແລະ ເສລີພາບໃນການສະແດງອອກຂອງເດັກ ແລະ ເຍົາວະຊົນ, ພ້ອມ​ຮ່ວມ​ກັນ​ປົກ​ປ້ອງ​ພວກ​ເຂົາ​ຈາກ​ຄວາມ​ຮຸນ​ແຮງ ​ແລະ ການ​ຖືກ​ຄຸກ​ຄາມ​ທຸກ​ຮູບ​ແບບ.

ອະນຸ​ສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ (Convention on the Rights of the Child: CRC) ​ເຊິ່ງ​ເປັນ​ສົນທິສັນຍາດ້ານ​ສິດທິ​ມະນຸດ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ໄດ້​ຮັບຮອງ​ສິດ​ໃນ​ການ​ມີ​ສ່ວນ​ຮ່ວມ​ຂອງ​ເດັກ, ​ເສລີພາບ​ໃນ​ການສະ​ແດງ​ອອກ ​ເຊິ່ງລວມທັງ​ການ​ຊຸມນຸມ​ຢ່າງ​ສັນຕິ. ທັງ​ນີ້ ປະ​ເທດ​ໄທ​ໄດ້​ໃຫ້​ສັດຕະຍາບັນ​ໃນ​ອະນຸ​ສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ​ປີ 1989 ​ໂດຍ​ໃຫ້​ຄຳ​ໝັ້ນວ່າ​ຈະ​ດຳ​ເນີນ​ງານ​ເພື່ອ​ໃຫ້​ເດັກ​ໄດ້​ເຂົ້າ​ເຖິງ​ສິດ​ທີ່​ພວກ​ເຂົາ​ມີ ​ເຊິ່ງລວມທັງ​ສິດ​ໃນ​ການ​ມີ​ສ່ວນ​ຮ່ວມ ​ແລະ ການສະ​ແດງ​ຄວາມ​ຄິດ​ເຫັນ​ຢ່າງ​ສັນຕິ ​ໂດຍ​ໄດ້​ຮັບ​ການ​ຮັບ​ຟັງ.

UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ - Visit Laos Visit SALANA BOUTIQUE HOTEL - UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ

UNICEF ຂໍ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ງານ​ເພື່ອຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ເດັກ ​ແລະ ​ເຍົາວະ​ຊົນ​ທຸກ​ຄົນ​ໃນ​ທຸກ​ບ່ອນ​ທຸກ​ເວລາ ​ແລະ ​ໃຫ້​ພວກ​ເຂົາ​ສາມາດ​ສະ​ແດງ​ຄວາມ​ຄິດ​ເຫັນ​ຢ່າງ​ສັນຕິ​ຕໍ່​ເລື່ອງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ເຂົາ ທັງ​ໃນ​ປັດຈຸບັນ ​ແລະ ອະນາຄົດ ​ໂດຍ​ປາສະຈາກ​ຄວາມ​ຢ້ານ ​ຫລື ການ​ຖືກ​ຄຸກ​ຄາມ.

​ເດັກ​ທີ່​ເຂົ້າສູ່​ຂະ​ບວນການ​ຍຸຕິ​ທຳ​ຕ້ອງ​ໄດ້​ຮັບ​ການ​ເບິ່ງ​ແຍງ ​ແລະ ຊ່ວຍ​ເຫລືອ​ຢ່າງ​ເໝາະ​ສົມ ​ແລະ ທັນ​ທ່ວງທີ​ຕາມ​ຂະ​ບວນການ​ຂອງ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ເດັກ ​ແລະ ​ເຍົາວະ​ຊົນ ​ໂດຍ​ປາສະຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ, ການ​ຄຸກ​ຄາມ ຫລື ການ​ຂົ່ມຂູ່​ທຸກ​ຮູບ​ແບບ.

UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ - 3 - UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ
UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ - 5 - UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ
UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ - 4 - UNICEF ຮຽກຮ້ອງໃຫ້ທຸກຝ່າຍປົກປ້ອງເດັກ ແລະ ເຍົາວະຊົນ ທ່າມກາງການຊຸມນຸມໃນປະເທດໄທ