ນາງ ຈາຊິນດາ ອາຣເດິນ ຊະນະການເລືອກຕັ້ງຕາມຄາດໝາຍ ກຽມນັ່ງຕັ່ງນາຍົກລັດຖະມົນຕີນິວຊີແລນອີກສະໄໝ
ທາງການນິວຊີແລນກຳລັງນັບຜົນການເລືອກຕັ້ງຢ່າງບໍ່ເປັນທາງການໃກ້ຈະສຳເລັດແລ້ວ ຫລັງນັບຄະແນນໄປແລ້ວຫລາຍກວ່າ 98% ໂດຍນາຍົກລັດຖະມົນຕີ ນາງ ຈາຊິນດາ ອາຣເດິນ ຜູ້ແທນຈາກພັກເລເບີຊະນະການເລືອກຕັ້ງທົ່ວໄປ ໄດ້ຄະແນນສຽງໄປ 1,15 ລ້ານກວ່າສຽງຈາກຜູ້ມາໃຊ້ສິດເລືອກຕັ້ງ 2,35 ລ້ານຄົນ ຫລື 49% ໃນເວລານີ້ ມີໄຊເໜືອຜູ້ສະໝັກຈາກພັກຄູ່ແຂ່ງຄືທ່ານ ຈູດິດ ຄໍລິນ ຈາກພັກເນຊັນແນລໄປຢ່າງຂາດລອຍ ສົ່ງຜົນໃຫ້ພັກທີ່ຊະນະການເລືອກຕັ້ງເມື່ອຄັ້ງຜ່ານມາ ມີຕັ່ງຫລຸດລົງເຖິງ 21 ບ່ອນນັ່ງໃນການເລືອກຕັ້ງຄັ້ງນີ້ ແລະ ເຫລືອຕັ່ງອີກພຽງ 35 ບ່ອນນັ່ງເທົ່ານັ້ນ.
ໂດຍພັກເລເບີຂອງນາງ ຈາຊິນດາ ໄດ້ບ່ອນນັ່ງໃນສະພາສູງເຖິງ 64 ຈາກ 120 ບ່ອນນັ່ງ ຫລາຍກວ່າການເລືອກຕັ້ງເມື່ອ 4 ປີກ່ອນເຖິງ 18 ບ່ອນນັ່ງ ຄອງສຽງສ່ວນຫລາຍໃນລັດຖະສະພານິວຊີແລນເປັນຄັ້ງທຳອິດນັບແຕ່ປີ 1996. ຂະນະທີ່ພັກພັນທະມິດທີ່ເຄີຍຮ່ວມຈັດຕັ້ງລັດຖະບານ ເມື່ອປີ 2017 ຄືພັກກຣີນ ມີຕັ່ງເພີ່ມຂຶ້ນ 2 ບ່ອນນັ່ງໃນເທື່ອນີ້ ເປັນ 10 ບ່ອນນັ່ງ, ສ່ວນພັກ NZ First ທີ່ເຄີຍມີ 9 ບ່ອນນັ່ງ ບໍ່ສາມາດຮັກສາຕັ່ງໄວ້ໄດ້.
ເຫດຜົນສຳຄັນທີ່ເຮັດໃຫ້ນາງ ຈາຊິນດາ ຍັງຮັກສາຖານຄະແນນສຽງ ແລະ ໄດ້ຮັບການສະໜັບສະໜູນໃຫ້ນັ່ງຕັ່ງຜູ້ນຳປະເທດຕໍ່ໄປອີກສະໄໝ ມາຈາກການແກ້ໄຂສະຖານະການການແຜ່ລະບາດຂອງໂຄວິດ-19 ໄດ້ຢ່າງມີປະສິດທິພາບ ຈົນໄດ້ຮັບສຽງຍ້ອງຍໍໄປທົ່ວໂລກ ລວມທັງການສະແດງຈຸດຢືນຕໍ່ຕ້ານການກໍ່ການຮ້າຍ ແລະ ສະໜັບສະໜູນຄວາມຫລາກຫລາຍໃນສັງຄົມນິວຊີແລນ ແລະ ສັງຄົມໂລກ.
ໂດຍຈະປະກາດຜົນການເລືອກຕັ້ງ ແລະ ຜົນການລົງປະຊາມະຕິຢ່າງເປັນທາງການໃນວັນທີ 6 ພະຈິກນີ້.