ສະວິດເຊີແລນ ໃຊ້ມາດຕະການຄຸມເຂັ້ມປ້ອງກັນໂຄວິດ
ລັດຖະບານສະວິດເຊີແລນໃຊ້ມາດຕະການຄຸມພະຍາດໂຄວິດຄັ້ງໃໝ່ທົ່ວປະເທດເພື່ອຢັບຢັ້ງການແຜ່ລະບາດຂອງໄວຣັດໂຄວິດ-19 ຫຼັງພົບຜູ້ປ່ວຍຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ
ສຳນັກຂ່າວ ເອພີ ລາຍງານເມື່ອວັນທີ 18 ຕຸລາວ່າ ໃນລະຫ່ວາງການປະຊຸມລັດຖະມົນຕີວາລະພິເສດເມື່ອວັນອາທິດ ລັດຖະບານ ສະວິດເຊີແລນ ໄດ້ຕັດສິນໃຈໃຊ້ມາດຕະການຄຸມເຂັ້ມໂລກລະບາດໂຄວິດ-19 ໂດຍບັງຄັບໃຫ້ທຸກຄົນຕ້ອງໃສ່ຜ້າອັດປາກ ເພາະຕົວເລກການຕິເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງໃນຊ່ວງຫຼາຍວັນຜ່ານມາ ເຮັດໃຫ້ລັດຖະບານເກີດຄວາມວິຕົກກັງວົນເປັນຢ່າງຍິ່ງ.
ມາດຕະການຄຸມໂລກດັ່ງກ່າວ ຈະເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 19 ຕຸລາເປັນຕົ້ນໄປ ໂດຍບັງຄັບໃຫ້ໃສ່ໜ້າກາກໃນສະຖານທີ່ສາທາລະນະເຊັ່ນ: ສະຖານີລົດໄຟ, ສະໜາມບິນ, ສະຖານີລົດບັດ ແລະ ລົດລາງ . ຂໍ້ບັງຄັບນີ້ລວມທັງໂຮງຮຽນ, ໂຮງໝໍ, ເຮືອນລ້ຽງເດັກ, ຫ້າງຊັບພະສິນຄ້າ, ຫ້ອງສະມຸດ ແລະ ໂຮງແຮມ ເປັນຕົ້ນ.
ນອກຈາກນັ້ນການເຕົ້າໂຮມກັນເກີນ 5 ຄົນໃນສະຖານທີ່ສາທາລະນະກໍຫ້າມເຊັ່ນດຽວກັນ ແລະ ກິດຈະກຳສ່ວນຕົວຕ່າງໆກໍຫ້າມເຕົ້າໂຮມກັນເກີນ 15 ຄົນ
ຈຳນວນຜູ້ຕິດເຊື້ອໃໝ່ໃນປະເທດສະວິດເຊີແລນ ທີ່ມີປະຊາກອນທັງໝົດ 8.5 ລ້ານຄົນນັ້ນ ພົບວ່າ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະຖິຕິຫຼ້າສຸດພົບວ່າມີຜູ້ຕິດເຊື້ອ 3,105 ຄົນ, ລວມການຕິດເຊື້ອສະສົມ 74,422 ຄົນ, ເສຍຊີວິດ 1,823 ຄົນ.