ຊາວເບລາຣຸສເກີນເຄິ່ງແສນແຫ່ຂະບວນຕໍ່ຕ້ານ ປະທານາທິບໍດີຕໍ່ເນື່ອງເປັນອາທິດທີ 10
ອົງກອນສິດທິມະນຸດ Viasna ຂອງເບລາຣຸສ ເປີດເຜີຍວ່າ ມີປະຊາຊົນຫລາຍກວ່າ 50.000 ຄົນເຂົ້າຮ່ວມການແຫ່ຂະບວນປະທ້ວງໃນນະຄອນຫລວງມິນ ໃນວັນທີ 18 ຕຸລາ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ອາເລັກຊານເດີ ລູກາເຊນໂກ ທີ່ພວກເຂົາເອີ້ນວ່າ: ຜູ້ນຳຜະເດັດການລາອອກຈາກຕຳແໜ່ງ, ຫລັງຈາກທ່ານ ລູກາເຊນໂກ ຊະນະເລືອກຕັ້ງສະໄໝທີ 6 ດ້ວຍຄະແນນສຽງຫລາຍກວ່າ 80% ແຕ່ຖືກເບິ່ງວ່າເປັນການເລືອກຕັ້ງທີ່ບໍ່ໂປ່ງໃສ ແລະ ມີການໂກງເລືອກຕັ້ງຢ່າງກວ້າງຂວາງ.
ໂດຍກຸ່ມຜູ້ປະທ້ວງພ້ອມໃຈກັນຮ້ອງຂັບໄລ່ທ່ານ ລູກາເຊນໂກ ທີ່ປົກຄອງປະເທດມາຍາວນານກວ່າ 26 ປີ ເຊິ່ງການປະທ້ວງເກີດຂຶ້ນນັບແຕ່ວັນທີ 9 ສິງຫາ ແລະ ຈັດຂຶ້ນຕໍ່ເນື່ອງໃນທ້າຍອາທິດຈົນເຖິງວັນທີ 18 ຕຸລານີ້ເປັນອາທິດທີ 10.
ພາບລວມບັນຍາກາດການປະທ້ວງຢູ່ນະຄອນຫລວງມິນໄລຍະທຳອິດຍັງເປັນໄປຢ່າງສະຫງົບ ທ່າມກາງການຄວບຄຸມສະຖານະການຢ່າງແໜ້ນໜາຂອງກອງກຳລັງຕຳຫລວດປາບຈະລາຈົນ ກ່ອນຈະມີລາຍງານການກໍ່ຄວາມວຸ້ນວາຍໃນຕອນຄໍ່າເຊັ່ນ: ຈູດຢາງຕີນລົດ ແລະ ເຮັດຮົ້ວກັ້ນປ້ອງກັນຕຳຫລວດ ເຊິ່ງພົບວ່າມີຜູ້ຊຸມນຸມຖືກຈັບຫລາຍກວ່າ 100 ຄົນ ເຮັດໃຫ້ຈຳນວນຜູ້ຊຸມນຸມທີ່ຖືກຈັບນັບແຕ່ເກີດການປະທ້ວງມີຫລາຍກວ່າ 13.000 ຄົນແລ້ວ.
ນອກຈາກນີ້ ພົບວ່າຍັງມີການປະທ້ວງເກີດຂຶ້ນໃນຫລາຍເມືອງໃຫຍ່ຂອງເບລາຣຸສເຊັ່ນ: ກອດນາ, ກໍເມລ ແລະ ວີຊຽບ ແຕ່ບໍ່ມີລາຍງານເຫດປະທະ ຫລື ການສະຫລາຍການຊຸມນຸມຢ່າງຮຸນແຮງເກີດຂຶ້ນ.
ທັງນີ້ ມີຜູ້ໂພດພາບໃນແອັບພລິເຄຊັນ Telegram ສະແດງໃຫ້ເຫັນວ່າທາງການເບລາຣຸສກຽມລົດສີດນ້ຳແຮງດັນສູງ ພ້ອມຕິດຕັ້ງຮົ້ວລວດໜາມ ແລະ ອຸປະກອນໜັກອື່ນໆ ເພື່ອໃຊ້ຮັບມືຜູ້ຊຸມນຸມ. ຂະນະທີ່ສື່ທ້ອງຖິ່ນລາຍງານວ່າ: ກອງກຳລັງຮັກສາຄວາມໝັ້ນຄົງໄດ້ຍິງລູກປືນຢາງຂຶ້ນຟ້າ ເພື່ອຂູ່ກຸ່ມຜູ້ປະທ້ວງທີ່ຈະດຶກກ້ອນຫີນໂຈມຕີ.