ຫລີກໂຄວິດພັດໄປຕິດກັບດັກອຸປະຕິເຫດ
ໂດຍ: ທິດກໍ່າ
ເລື່ອງລາວຂ່າວຄາວກ່ຽວກັບການເຈັບ, ການເປັນ, ການລົ້ມ, ການຕາຍຍ້ອນອຸປະຕິເຫດໃນປະເທດເຮົາແມ່ນມີມາຢ່າງຍາວນານ ແລະ ຫລາກຫລາຍສົມຄວນ. ອາດເວົ້າໄດ້ວ່າເປັນເວລາຫລາຍສິບປີ ແລະ ມັນຈະກາຍເປັນຊຳເຮື້ອໄປຕະຫລອດ ຖ້າພວກເຮົາບໍ່ມີມາດຕະການຢ່າງເໝາະສົມ ແລະ ເດັດຂາດ ເພາະມາຮອດດຽວນີ້ກໍຍັງບໍ່ທັນແກ້ໄຂໃຫ້ມີການຫລຸດໜ້ອຍຖອຍລົງກວ່າຈະກ້າວໄປໃຫ້ຫາຍຂາດໃນສັງຄົມໄດ້ຢ່າງເຫັນທັນຕາ. ຫລ້າສຸດ ຕາມແຫລ່ງຂ່າວຈາກຂະແໜງການກ່ຽວຂ້ອງໄດ້ແຈ້ງໃຫ້ຮູ້ວ່າ: ສະເພາະເດືອນກັນຍາ 2020 ຜ່ານມາ, ໄດ້ມີຄົນຕາຍຍ້ອນອຸປະຕິເຫດໃນທົ່ວປະເທດເຖິງ 76 ຄົນ ໃນນີ້ເປັນເພດຍິງ 23 ຄົນ. ຈາກອຸປະຕິເຫດທີ່ເກີດຂຶ້ນທັງໝົດ 497 ກໍລະນີໃນທົ່ວປະເທດ. ແຕ່ຖ້າທຽບໃສ່ເດືອນສິງຫາຍັງຫລຸດລົງ 89 ກໍລະນີ. ນັ້ນກໍສະແດງວ່າ: ໃນເດືອນສິງຫາມີອຸປະຕິເຫດໃນທ້ອງຖະໜົນເຖິງ 586 ກໍລະນີ, ແຕ່ຜູ້ເສຍຊີວິດນັ້ນໄດ້ເພີ່ມຂຶ້ນຈາກເດືອນສິງຫາເຖິງ 8 ຄົນ.
ຈາກຕົວເລກທີ່ສະແດງໃຫ້ເຫັນຂ້າງເທິງນີ້, ພວກເຮົາມາພ້ອມກັນຄິດ ແລະ ຫວນຄືນຫລັງ ທັງບວກລົບຄູນຫານເບິ່ງວ່າ ຄົນລາວເຮົາໄດ້ເສຍຊີວິດຈາກອຸປະຕິເຫດໃນທ້ອງຖະໜົນໃນແຕ່ລະເດືອນ, ແຕ່ລະປີໃນທົ່ວປະເທດຊ່ວງໄລຍະ 5 ປີ ຫລື 10 ປີຄືນຫລັງມັນຈະຫລາຍ ຫລື ໜ້ອຍຊໍ່າໃດ ແລະ ຖ້າຫາກສະເລ່ຍຕາຍເດືອນໜຶ່ງພຽງ 30 ຄົນໃນປີໜຶ່ງມັນກໍຈະຕົກຢູ່ 360 ຄົນ, 5 ປີມັນກໍຈະຕົກຢູ່ 1.800 ຄົນ ແລະ ຖ້າແມ່ນ 10 ປີ ມັນກໍຈະຕົກເປັນ 18.000 ຄົນ, ແຕ່ວ່າ ຕາມທິດກໍ່າຄິດເບິ່ງສະພາບ ຄວາມເປັນຈິງຂອງການເກີດອຸປະຕິເຫດຕາມທ້ອງຖະໜົນຢູ່ບ້ານເຮົາເລີ່ມແຕ່ມີການພັດທະນາສ້າງສາບ້ານເມືອງໃນຫລາຍສິບປີມານີ້ອາດຈະແມ່ນມີຕົວເລກຫລາຍກວ່ານີ້ ເພາະບາງມື້, ບາງອາທິດມັນມີກໍລະນີຕາຍພາບດຽວເປັນສີ່ເປັນຫ້າຄົນກໍມີ.
ນີ້ຄືຕົວເລກທ້າທາຍຫາຍະນະປະເພດໜຶ່ງທີ່ວຽນວາຍຕາຍເກີດແກ່ຄົນລາວເຮົາໃນຍຸກບ້ານເມືອງພວມມີຄວາມຈະເລີນຮຸ່ງເຮືອງ ແລະ ສ້າງສາພັດທະນາ. ຖ້າເຮົາຈະຕັ້ງໂຈດກັນວ່າ ອຸປະຕິເຫດໃນທ້ອງຖະໜົນຢູ່ບ້ານເຮົາມັນເກີດມາຈາກໃສ. ໃນຄຳຕອບຂອງຫລາຍຄົນກໍອາດມີຫລາຍສາເຫດ ແລະ ຫລາຍປັດໄຈ ເປັນຕົ້ນບາງຄົນກໍວ່າຖະໜົນຫົນທາງຢູ່ບ້ານເຮົາສ່ວນຫລາຍມັນບໍ່ໄດ້ມາດຕະຖານ, ເສັ້ນທາງແຄບ, ເສັ້ນທາງເປັນບວກຂຸມ, ເສັ້ນທາງຂຶ້ນພູລົງຫ້ວຍ, ລະອິດລະອ້ຽວ, ຄົດໂຂໂງເງ, ຍາມຝົນມາເປັນບວກຂຸມ, ຍາມແລ້ງເຕັມແຕ່ຂີ້ຝຸ່ນໄງ້ກຸ້ມ ແລະ ອື່ນໆ. ສ່ວນສາເຫດ ແລະ ປັດໄຈອັນທີສອງກໍວ່າມັນເປັນນຳການລະເມີດກົດຈະລາຈອນອັນໄດ້ແກ່ຂັບຂີ່ໄວເກີນກຳນົດ, ເມົາແລ້ວຂັບຂີ່ລົດ, ລ່ວງໄຟແດງ, ແຊງກັນໄປກ່ອນໄປລຸນ ອັນເຮັດໃຫ້ການນຳໃຊ້ລົດ, ນຳໃຊ້ຖະໜົນບໍ່ເປັນໄປຕາມລະບຽບກົດໝາຍ ຫລືວ່າ ກົດຈະລາຈອນ. ຕາມທິດກໍ່າຄິດຕໍ່ຄຳເຫັນສອງຢ່າງນີ້ມັນກໍລ້ວນແລ້ວແຕ່ເປັນການຖືກຕ້ອງສອດຄ່ອງກັບເຫດການທີ່ເກີດຂຶ້ນຕາມສະພາບຕົວຈິງໃນທ້ອງຖະໜົນອີ່ຫລີ.
ແຕ່ແນວໃດກໍຕາມ, ສຳລັບທິດກໍ່າແລ້ວ ຄິດວ່າອັນບັນຫາສ່ວນໃຫຍ່ໆມັນຂຶ້ນກັບຄົນເຮົາ ຫລືວ່າ ພວກເຮົາເອງເປັນຕົ້ນເຫດເຊັ່ນ: ສ້າງຖະໜົນຫົນທາງແຄບບໍ່ໄດ້ມາດຕະຖານກໍແມ່ນຄົນເປັນຜູ້ເຮັດ, ຜູ້ສ້າງ, ລະເມີດກົດຈະລາຈອນຂັບໄວຂັບຊ້າກໍແມ່ນຄົນ, ດື່ມເຫລົ້າເມົາແລ້ວຂັບລົດກໍແມ່ນຄົນ, ລ່ວງໄຟແດງກໍແມ່ນຄົນຜູ້ຂັບຂີ່ລົດ, ເວລາເກີດອຸປະຕິເຫດເຈັບເປັນເອັນອຸ່ນກໍແມ່ນຄົນຜູ້ຂັບຂີ່ ຫລືວ່າ ຜູ້ນຳໃຊ້ລົດ, ໃຊ້ຖະໜົນນັ້ນລະເປັນຜູ້ຮັບເຄາະເປັນສ່ວນໃຫຍ່ ເພາະສະນັ້ນຈະໄປໃສມາໃສ, ຂຶ້ນເໜືອລ່ອງໃຕ້, ໄປໃກ້ໄປໄກກໍແມ່ນຜູ້ຂັບຂີ່ຕ້ອງມີສະຕິ, ປະຕິບັດກົດຈະລາຈອນໃຫ້ເຂັ້ມງວດກວດຂັນຈຶ່ງມີຄວາມປອດໄພໃຫ້ຊີວິດ ແລະ ຊັບສິນຂອງຕົນເອງນັ້ນລະເປັນທີ່ຕັ້ງ.
ໃນຫລາຍສິບປີຜ່ານມາ, ສະພາບການເຈັບ, ການເປັນ, ການລົ້ມການຕາຍຂອງຄົນລາວຍ້ອນອຸປະຕິເຫດໃນທ້ອງຖະໜົນແມ່ນມີຢ່າງຫລວງຫລາຍແທ້, ແຕ່ວ່າເມື່ອເກີດຂຶ້ນມາແລ້ວກໍແມ່ນຜູ້ປົກຄອງ, ພໍ່ແມ່, ຍາດພີ່ນ້ອງກໍຕ້ອງໄດ້ເປັນທຸກນຳຢ່າງຫລີກລ່ຽງບໍ່ໄດ້. ອີກປະການໜຶ່ງ ໃນສະພາບປັດຈຸບັນນີ້ ເປັນສັງຄົມລາວເຮົາມັນພວມເຫີ່ກັນຫລິ້ນກິນແບບຟຸມເຟືອຍ, ສົມທົບກັບປະເພນີຮີດຄອງໄປຫາກັນ, ຢ້ຽມຢາມຖາມຂ່າວກັນກໍມີເຫລົ້າຢາປາແປ້ງຕ້ອນຮັບຂັບສູ່ ເມື່ອກິນແລ້ວດື່ມແລ້ວພັດມີອັນເປັນໄປ ເພາະພິດເຫລົ້າພິດເບຍເປັນນ້ຳສັດຊື່ ຜູ້ໃດກິນຜູ້ນັ້ນກໍເມົາ, ໃນເມື່ອເມົາແລ້ວພັດຂັບລົດ ອັນເປັນທີ່ມາຂອງຄຳວ່າ: “ມໍຣະນະ”. ນອກຈາກສາເຫດຂອງຄວາມເມົາແລ້ວ ຍັງມີສາເຫດອື່ນໆອີກອັນເປັນທີ່ມາຂອງຄວາມຕາຍສຳລັບຜູ້ນຳໃຊ້ລົດ, ນຳໃຊ້ຖະໜົນ. ນີ້ລະເຂົາວ່າ: ຫລີກຈາກໂຣກລະບາດໂຄວິດພັດໄປຕິດກັບດັກອຸປະຕິເຫດ. ດັ່ງທີ່ເຫັນມາໃນແຫລ່ງຂ່າວຄາວສະພາບການໄປມາໃນສັງຄົມບ້ານເຮົາປັດຈຸບັນ.