ເຢຍລະມັນ-ເບວຢ້ຽມ ແລະ ເນເທີແລນ ສະເໜີຊິງສິດເປັນເຈົ້າພາບຮ່ວມ ບານໂລກເພດຍິງ ປີ 2027
October 20, 2020 - 1:55 PM

ປະເທດເຢຍລະມັນ, ເບວຢ້ຽມ ແລະ ເນເທີແລນ 3 ຊາດຊື່ດັງໃນເອີຣົບ ໄດ້ສະເໜີຊິງສິດເປັນເຈົ້າພາບ ຈັດການແຂ່ງຂັນບານໂລກເພດຍິງ ຄັ້ງທີ 10 ໃນປີ 2027 ຮ່ວມກັນ. ຫາກທັງສາມປະເທດ ຊະນະການຊິງສິດ ຈະເປັນເຈົ້າພາບບານໂລກເພດຍິງ ຄັ້ງທຳອິດທີ່ມີເຈົ້າພາບຮ່ວມກັນ 3 ປະເທດ. ແຕ່ໃນປີຜ່ານມາ ມີ 6 ປະເທດໃນເອີຣົບ ໄດ້ສະເໜີເປັນເຈົ້າພາບຮ່ວມກັນຄື: ດານມາກ, ແຟັງລັງ, ນອກແວ, ຊູແອັດ, ອິດສະລັງ ແລະ ເກາະແຟໂຣ. ນອກຈາກນີ້ ຍັງມີ ອີຕາລີ, ອາຟຣິກາໃຕ້, ໂຄໂລມບີ, ຊິເລ່ ແລະ ສະຫະລັດອາເມຣິກາ.
ສຳລັບ ເຢຍລະມັນ ເຄີຍເປັນເຈົ້າພາບເຕະບານຍິງຊິງແຊ້ມໂລກ ໃນປີ 2011, ສ່ວນ ແບນຊິກ ແລະ ໂຮນລັງ ຍັງບໍ່ເຄີຍເປັນເຈົ້າພາບ. ສ່ວນບານໂລກເພດຍິງ ປີ 2023 ອົດສະຕຣາລີ ແລະ ນູແວນເຊລັງ ໄດ້ຮັບກຽດເປັນເຈົ້າພາບຮ່ວມກັນຄັ້ງທຳອິດ. ຄັ້ງຫລ້າສຸດ ປີ 2019 ຢູ່ຝຣັ່ງ ສະຫະລັດອາເມຣິກາ.