4 ວິທີບຳລຸງຂົນຕາໃຫ້ຍາວງອນງາມຢ່າງເປັນທຳມະຊາດ
October 20, 2020 - 3:38 PM
ນອກຈາກຄິ້ວແລ້ວ ໜຶ່ງໃນສິ່ງທີ່ຊ່ວຍເສິມສະເໜ່ຄວາມງາມເທິງໃບໜ້າໃຫ້ສາວໆໄດ້ດີກໍແມ່ນຂົນຕາ ເພາະການມີຂົນຕາທີ່ຍາວງາມຢ່າງເປັນທຳມະຊາດຍ່ອມຊ່ວຍໃຫ້ໃບໜ້າເບິ່ງງາມມີສະເໜ່ ແລະ ຍັງເປັນສິ່ງທີ່ແມ່ຍິງປາຖະໜາຫລາຍນຳອີກ. ສຳລັບສາວໆທ່ານໃດທີ່ຢາກມີຂົນຕາຍາວງາມຢ່າງເປັນທຳມະຊາດ ພວກເຮົາມີວິທີຊ່ວຍບຳລຸງຂົນຕາໃຫ້ງອນຍາວມາແນະນຳ ດັ່ງນີ້ :
- ກິນໂປຣຕິນ : ການກິນໂປຣຕິນທີ່ຊ່ວຍໃນການບຳລຸງຂົນຕາ ແລະ ເສັ້ນຜົມນັ້ນ ຖືເປັນວິທີທີ່ຈຳເປັນຢ່າງຫລາຍສຳລັບສາວໆທີ່ມັກ ຫລື ຈຳເປັນຕ້ອງແຕ່ງໜ້າເປັນປະຈຳ ເພາະສານເຄມີໃນເຄື່ອງສຳອາງມີຜົນຕໍ່ການເຮັດໃຫ້ຂົນຕາ ແລະ ຜິວເທິງໃບໜ້າອ່ອນແອໄດ້. ດັ່ງນັ້ນ, ຈຶ່ງຄວນບຳລຸງຂົນຕາໂດຍການກິນອາຫານປະເພດໂປຣຕິນ ເພາະສານອາຫານຊະນິດນີ້ຈະຊ່ວຍໃຫ້ຂົນຕາ ແລະ ເສັ້ນຜົມມີຄວາມແຂງແຮງຂຶ້ນ.
- ທານຳ້ມັນໝາກກອກ : ນຳ້ມັນໝາກກອກມີຄຸນສົມບັດຊ່ວຍບຳລຸງຂົນຕາໃຫ້ງາມ ແລະ ຍາວຢ່າງເປັນທຳມະຊາດ ບໍ່ຕ່າງຈາກການໃຊ້ນຳ້ມັນໝາກພ້າວ. ຂັ້ນຕອນການເຮັດກໍງ່າຍໆ ພຽງແຕ່ໃຫ້ເອົາສຳລີກ້ານຈຸ່ມນຳ້ມັນໝາກກອກ ແລ້ວທາບາງໆບໍລິເວນປາຍຂົນຕາກ່ອນນອນທຸກຄືນ ກໍຈະຊ່ວຍໃຫ້ຂົນຕາງອນຍາວ ແລະ ເຫລື້ອມງາມຢ່າງເປັນທຳມະຊາດ.
- ທານຳ້ມັນໝາກພ້າວ : ການທານຳ້ມັນໝາກພ້າວມີຄຸນສົມບັດດີຄືກັບການທານຳ້ມັນໝາກກອກ ເຊິ່ງຈະຊ່ວຍໃຫ້ມີຂົນຕາຍາວ ແລະ ລຽງເປັນແພຢ່າງເປັນທຳມະຊາດ. ສຳລັບໃຜທີ່ຢາກມີຂົນຕາດົກດໍາ ແລະ ຍາວເປັນທຳມະຊາດ ແນະນຳໃຫ້ໃຊ້ນຳ້ມັນໝາກພ້າວທາບໍລິເວນຂົນຕາກ່ອນນອນທຸກຄືນ.
- ທາວາສະລີນ : ກະເປົ໋າເຄື່ອງສຳອາງຂອງສາວໆຄວນມີວາສະລີນ ເພາະຖືເປັນສິ່ງບຳລຸງໄດ້ສາລະພັດຢ່າງ ບໍ່ວ່າຈະແມ່ນປາກແຫ້ງ ກໍທາວາສະລີນໃສ່ ບໍ່ດົນຮີມສົບກໍຈະກັບມານຸ້ມຊຸ່ມຊື່ນຄືເກົ່າ ຄືກັນກັບການບຳລຸງຂົນຕາໃຫ້ຍາວງາມຢ່າງເປັນທຳມະຊາດ ສາມາດໃຊ້ວາສະລີນທາຕັ້ງແຕ່ບໍລິເວນກົກຂົນຕາໄປຈົນເຖິງປາຍຂົນຕາກ່ອນນອນທຸກຄືນໄດ້ເລີຍ ຮັບຮອງວ່າວິທີນີ້ດີບໍ່ແພ້ວິທີອື່ນໆ.
- ການບຳລຸງຂົນຕາດ້ວຍການໃຊ້ນຳ້ມັນຊະນິດຕ່າງໆທາ ຫລື ວາສະລີນ ລ້ວນຊ່ວຍໃຫ້ຂົນຕາຍາວງາມຢ່າງເປັນທຳມະຊາດ ອາດຈະຕ້ອງອາໄສໄລຍະເວລາຕາມແຕ່ສະພາບຂອງຂົນຕາແຕ່ລະຄົນນຳ, ແຕ່ເພື່ອຄວາມໝັ້ນໃຈໃນຄວາມງາມຂອງຂົນຕາ ຈຳເປັນຕ້ອງເອົາໃຈໃສ່ໃນເລື່ອງຄວາມແຂງແຮງຂອງຂົນຕານຳ ດັ່ງນັ້ນ ຈຶ່ງແນະນຳໃຫ້ໝັ່ນກິນອາຫານປະເພດໂປຣຕິນທີ່ມີສ່ວນຊ່ວຍໃນການບຳລຸງທັງຂົນຕາ ແລະ ເສັ້ນຜົມໃຫ້ມີຄວາມແຂງແຮງ. ຢ່າລືມວ່າເຄື່ອງສຳອາງທີ່ໃຊ້ເປັນປະຈຳ ລ້ວນມີສ່ວນໃນການທຳລາຍຂົນຕາ ແລະ ຜິວໃຫ້ມີຄວາມອ່ອນແອຢ່າງຫລີກເວັ້ນບໍ່ໄດ້.