40 ບ້ານເມືອງຊົນນະບູລີ ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມ
ກອງເລຂາຕ້ານໄພພິບັດຂັ້ນເມືອງຊົນນະບູລີ ແຂວງສະຫວັນນະເຂດ ລາຍງານໃຫ້ຮູ້ວ່າ: ປັດຈຸບັນນີ້ ເມືອງຂອງຕົນກຳລັງປະສົບກັບໄພນ້ຳຖ້ວມຢ່າງໜັກໜ່ວງ ນັບແຕ່ວັນທີ 16-17 ຕຸລາມານີ້ ຍ້ອນພາຍຸນັງກາ, ໃນນັ້ນມີ 40 ບ້ານ, ມີ 3.668 ຫລັງຄາເຮືອນໄດ້ຮັບຜົນກະທົບ, ເນື້ອທີ່ປູກເຂົ້າ 5.735 ເຮັກຕາ, ສ່ວນພືດຜັກ 176 ເຮັກຕາ, ໜອງປາ 235 ໜອງ, ລະບົບຊົນລະປະທານ 9 ແຫ່ງ, ປະຕູນ້ຳ 3 ແຫ່ງ, ໂຮງຮຽນຫລາຍແຫ່ງຕ້ອງໂຈະການຮຽນຊົ່ວຄາວຄື: ໂຮງຮຽນປະຖົມ 10 ກວ່າແຫ່ງ, ມັດທະຍົມ 2 ແຫ່ງ, 9 ບ້ານຕ້ອງໄດ້ຕັດກະແສໄຟຟ້າຊົ່ວຄາວ ເພື່ອຄວາມປອດໄພຄື: ບ້ານບຶງຊ້າງ, ປະທຸມວັນ, ທ່າຄຳເຫລື້ອມ, ດອນຍາໂນງ, ໜອງສອງຫ້ອງ, ບ້ານເມືອງໂຮງ, ດົງໜອງແຄນ ແລະ ບ້ານຕັ່ງຫວາຍນ້ຳ, ເສັ້ນທາງຫລາຍສາຍຖືກຖ້ວມ ແລະ ຕັດຂາດການສັນຈອນຄື: ເສັ້ນທາງບ້ານນາໜອງຜຳຫາດົງບູນ, ເສັ້ນທາງບຶງຊ້າງຫາບ້ານໂຄກຫົວຊ້າງ, ທາງບ້ານໂຄກຫົວຊ້າງຫາບ້ານທ່າຄຳເຫລື້ອມ, ທາງບ້ານທ່າຄຳເຫລື້ອມຫາບ້ານດອນຍາໂນງ, ທາງບ້ານຕັ່ງຫວາຍນ້ຳຫາບ້ານກະລືນວັງແຂ້, ທາງຈຸດສຸມຕັ່ງຫວາຍຫາກະທອງເຊ, ທາງບ້ານກະທອງເຊຫາບ້ານນາຈານໃຫຍ່, ທາງບ້ານກອງປະທຸມວັນຫາເມືອງຊົນນະບູລີ, ທາງໂພໄຊຄູນຫາບ້ານດົງຫວາຍ, ທາງບ້ານດົງຫວາຍຫາບ້ານໜອງຜື, ທາງບ້ານກະຫລາງຫາບ້ານຕຳປອງ, ທາງບ້ານຕັ່ງຫວາຍໂຄກຫາບ້ານໂພໄຊຄູນ, ທາງແຕ່ຂົ້ວຫ້ວຍນ້ຳດິ້ງຫາບ້ານໄຊສົມບູນ, ທາງແຕ່ຂົ້ວຫ້ວຍເຊວັນຫາບ້ານໜອງເບັນ, ທາງແຕ່ຂົ້ວຫ້ວຍຕະຫລຶງຫາບ້ານນາບົງ ແລະ ເສັ້ນທາງແຕ່ຂົ້ວຫ້ວຍເປາະຫາບ້ານອາຫໍ.
ປັດຈຸບັນ ການນຳຂອງເມືອງ ພ້ອມດ້ວຍຄະນະຕ້ານໄພພິບັດ, ອົງການຈັດຕັ້ງມະຫາຊົນ, ກຳລັງ ປກຊ-ປກສ ສົມທົບກັບກຳລັງກອງຮ້ອຍ ຄໍ 35 ໄດ້ລົງໃຫ້ການຊ່ວຍເຫລືອອົບພະຍົບປະຊາຊົນ, ຂົນວັດຖຸເຄື່ອງຂອງຕ່າງໆອອກຈາກພື້ນທີ່ສ່ຽງ ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ. ມາຮອດປັດຈຸບັນນີ້ ລະດັບນ້ຳແມ່ນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄຫລເຂົ້າຖ້ວມເນື້ອທີ່ນາຮົ້ວສວນ ແລະ ອາດຈະໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຕື່ມອີກ. ສ່ວນຄວາມເສຍຫາຍແມ່ນຈະໄດ້ລາຍງານຕື່ມອີກພາຍຫລັງ.
ປັດຈຸບັນມີຫລາຍເມືອງຢູ່ແຂວງສະຫວັນນະເຂດກໍພວມປະສົບກັບໄພນ້ຳຖ້ວມຢ່າງຮ້າຍແຮງເຊັ່ນດຽວກັນຄື: ເມືອງເຊໂປນ, ເມືອງພີນ, ເມືອງນອງ, ເມືອງຈຳພອນ ແລະ ອື່ນໆອີກ.