ຫວຽດນາມນ້ຳຖ້ວມໜັກ ເສຍຊີວິດແລ້ວຢ່າງໜ້ອຍ 111 ຄົນ ຜະເຊີນລົມມໍລະ ສຸມຊ້ອນທັບໂຄວິດ-19
ວັນທີ 22 ຕຸລານີ້, ສະຖານະການນ້ຳຖ້ວມຢູ່ຫວຽດນາມຍັງຢູ່ໃນຂັ້ນວິກິດ ຫລັງປະລິມານນ້ຳຝົນທີ່ ຕົກລົງມາຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ຫລາຍພື້ນທີ່ມີລະດັບນ້ຳຖ້ວມສູງ 2-3 ແມັດ, ພົນລະເມືອງ 2,5 ແສນກວ່າຄົນໃນ 6 ແຂວງທີ່ໄດ້ຮັບຜົນກະທົບຢູ່ກັບລະດັບນ້ຳທີ່ເພີ່ມສູງຂຶ້ນນີ້ ນັບແຕ່ກາງເດືອນຕຸລາຜ່ານ ມາ.
ເບື້ອງຕົ້ນມີຜູ້ເສຍຊີວິດຈາກນໍ້າຖວມແລ້ວຢ່າງໜ້ອຍ 111 ຄົນ, ສູນຫາຍອີກຫລາຍກວ່າ 20 ຄົນ, ທາງການກຳລັງເລັ່ງຊ່ວຍເຫລືອຜູ້ປະສົບໄພຢ່າງຮີບດ່ວນ, ພື້ນທີ່ກະສິກຳໄດ້ຮັບຄວາມເສຍຫາຍ, ສັດລ້ຽງ ແລະ ສັດປີກເກືອບ 7 ແສນໂຕລົ້ມຕາຍຈາກເຫດນ້ຳຖ້ວມ, ທາງຫລວງ 16 ເສັ້ນຖືກນ້ຳຖ້ວມ ແລະ ໄດ້ຮັບຜົນກະທົບຈາກເຫດດິນເຈື່ອນ ຖືເປັນວິກິດນ້ຳຖ້ວມຄັ້ງໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດຂອງ ຫວຽດນາມ.
ນອກຈາກຫວຽດນາມຈະຜະເຊີນກັບຊ່ວງລະດູມໍລະສຸມນີ້ແລ້ວ ຍັງມີໂຄວິດ-19 ເປັນວິກິດຊ້ອນທັບ ພາຍໃນປະເທດ ທີ່ຊຸກດັນໃຫ້ພົນລະເມືອງມີຄວາມທຸກຍາກເພີ່ມຂຶ້ນ. ຈາກສະຖິຕິຜູ້ເສຍຊີວິດຈາກໂຄວິດ-19 ເປັນສູນຕະຫລອດ 7 ເດືອນເຕັມ. ຫລ້າສຸດ ຈຳນວນຜູ້ເສຍຊີວິດຢູ່ຫວຽດນາມມີ 35 ຄົນ, ມຜູ້ຕິດເຊື້ອ ສະສົມແລ້ວຢ່າງໜ້ອຍ 1.144 ຄົນ ພົບການລະບາດຮຸນແຮງສຸດຊ່ວງເດືອນສິງຫາຫາກັນຍາ ຜ່ານມາ.