ຊົມໃຊ້ຜະລິດຕະພັນຂອງຄົນລາວ ໃຫ້ຫລາຍຂຶ້ນ ເພື່ອກະຕຸ້ນເສດຖະກິດໃຫ້ດີຂຶ້ນ
ເພື່ອເປັນການອະນຸລັກຮັກສາພູມປັນຍາ ທາງດ້ານຫັດຖະກຳ ແລະ ການຟື້ນຟູການຜະລິດ ເຄື່ອງຫັດຖະກຳ ຂອງຊົນເຜົ່າຕ່າງໆ ທີ່ຖືກປະຖິ້ມຄືນໃໝ່, ພ້ອມທັງເປັນການຊຸກຍູ້ສົ່ງເສີມ ຜະລິດຕະພັນຂອງຄົນລາວ, ສົ່ງເສີມໃຫ້ການຜະລິດ ເຄື່ອງຫັດຖະກຳກາຍເປັນສິນຄ້າ, ສ້າງລາຍໄດ້ໃຫ້ກັບຊຸມຊົນ ເຮັດໃຫ້ເຂົາເຈົ້າສາມາດ ຊ່ວຍເຫລືອຄອບຄົວ ໃຫ້ມີຊີວິດທີ່ດີໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.
ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີຈົນມາຮອດປັດຈຸບັນ ປະເທດເຮົາພວມຢູ່ໃນສະພາບປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ເປັນອຸປະສັກ ຕໍ່ການກະກຽມງານບຸນປະເພນີສະມາຄົມຫັດຖະກໍາລາວ (ສຫລ) ແຕ່ ສຫລ ກໍໄດ້ພ້ອມໃຈກັນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ ເພື່ອປະຕິບັດປະເພນີ ສືບທອດມໍລະດົກທາງປັນຍາ ແລະ ສີໄມ້ລາຍມືມາຈາກປູ່ຍ່າຕາຍາຍດ້ວຍຮູບການຈັດຕັ້ງງານບຸນປາງໃຫຍ່ນີ້ຂຶ້ນເພື່ອກະຕຸ້ນເສດຖະກິກ. ນອກນັ້ນ, ຍັງເປັນການປະກາດໄປໃນໂຕໃຫ້ຊາວໂລກຮັບຮູ້ວ່າສີໄມ້ລາຍມື ອັນເປັນເອກະລັກໜຶ່ງດຽວ ທີ່ປູ່ຍ່າຕາຍາຍໄດ້ຖ່າຍທອດໃຫ້ລູກຫລານຍັງຕໍ່ເນື່ອງມາເຖິງທຸກວັນນີ້
ອີງຕາມບົດລາຍງານໃໝ່ ຂອງທະນາຄານ ພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນ ວັນທີ 15 ກັນຍາ 2020 ລະບຸວ່າ: ອັດຕາການຂະຫຍາຍຕົວ ທາງເສດຖະກິດຂອງ ສປປ ລາວ ຈະຕິດລົບໃນປີນີ້ ຊຶ່ງເປັນຄັ້ງທຳອິດໃນ 4 ທົດສະວັດຜ່ານມາ (ນັບຕັ້ງແຕ່ປີ 1986 ແລະ 1987 ເປັນຕົ້ນມາ), ແຕ່ວ່າປະເທດຈະເລີ່ມຟື້ນໂຕຈາກການສູນເສຍ ທາງດ້ານເສດຖະກິດ ທີ່ເກີດຈາກການແຜ່ລະບາດ ພະຍາດໂຄວິດ-19. ຂະນະທີ່ ບົດລາຍງານການ ພັດທະນາຂອງອາຊີ 2020 ສະບັບປັບປຸງ ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ຢູ່ໃນລະດັບຕິດລົບ 2,5%. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຄາດວ່າຈະຟື້ນໂຕມາທີ່ອັດຕາ 4,5% ໃນປີ 2021 ເຊິ່ງຖືວ່າເປັນການຟື້ນຕົວຊ້າ ຍ້ອນວ່າການແຜ່ລະ ບາດຂອງພະຍາດ ທີ່ອາດຈະຫລຸດລົງຢ່າງຊ້າໆ.
ສຳລັບຂະແໜງກະສິກຳຄາດວ່າຈະຂະຫຍາຍຕົວໃນລະດັບ 1,9% ໃນປີ 2020 ຊຶ່ງຕໍ່າກວ່າ 2,5% ຕາມທີ່ໄດ້ຄາດຄະເນໄວ້ ໃນເດືອນເມສາ ເນື່ອງຈາກປະລິມານ ນໍ້າຝົນຫນ້ອຍ, ໃນຂະນະທີ່ອັດຕາການຂະຫຍາຍຕົວ ຂອງຂະແໜງອຸດສາຫະກຳ ຄາດວ່າຢູ່ທີ່ 1,4% ໝົດປີນີ້. ຂະແໜງບໍລິການຄາດວ່າຈະຂະຫຍາຍຕົວທີ່ -5,5% ຍ້ອນວ່າມີຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາຫລຸດລົງ 60% ໃນ 6 ເດືອນຕົ້ນປີ ແລະ ຄາດວ່າຈະຢຸດຕິ ການເຂົ້າມາທັງໝົດ ແລະ ມີການຫົດຕົວ ຂອງຂະແໜງການຄ້າ ທັງຂາຍສົ່ງ ແລະຂາຍຍ່ອຍ, ການຂົນສົ່ງ ພ້ອມທັງສະຖານທີ່ ໃຫ້ບໍລິການຕ່າງໆ. ກະແສຂອງການລົງທຶນ ໂດຍກົງຈາກຕ່າງປະເທດທີ່ຂັດຂ້ອງຈະກະທົບໃຫ້ແກ່ການລົງທຶນ ທັງໝົດໃນປະເທດຫລຸດລົງ 17,5%. ອັດຕາເງິນເຟີ້ຂອງ ສປປ ລາວ ໃນປີນີ້ຄາດວ່າຈະຢູ່ທີ່ 5,5%, ຍ້ອນລາຄາອາຫານທີ່ສູງຂຶ້ນ ແລະ ການຫລຸດລົງຂອງຄ່າເງິນກີບ.