ທໍ່ສົ່ງແກັສລະເບີດຢູ່ສະໝຸດປາການຂອງໄທ ເບື້ອງຕົ້ນເສຍຊີວິດ 1 ຄົນ, ບາດເຈັບ 17 ຄົນ
October 22, 2020 - 2:30 PM


ວັນທີ 22 ຕຸລານີ້ ມີເຫດທໍ່ສົ່ງແກັສລະເບີດ ຢູ່ແຂວງສະໝຸດປາການ ປະເທດໄທ ເຮັດໃຫ້ໄຟລຸກ ໄໝ້ເຫັນເປັນກຸ່ມໄຟຄວັນດຳໃນໄລຍະໄກ. ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດ 1 ຄົນ, ບາດເຈັບ 17 ຄົນ. ເຈົ້າໜ້າທີ່ກູ້ໄພຢູ່ລະຫວ່າງການເຄື່ອນຍ້າຍຜູ້ບາດເຈັບນຳສົ່ງໂຮງໝໍ ໂດຍເຮືອນປະຊາຊົນທີ່ຢູ່ໃນໄລຍະໃກ້ ຄຽງຖືກໄຟໄໝ້ບໍ່ຕໍ່າກວ່າ 10 ຫລັງ, ເຈົ້າໜ້າທີ່ລະດົມລົດນ້ຳເຂົ້າຄວບຄຸມສະຖານະການ.