ບາກາໂຍໂກ ກວດຮ່າງກາຍກັບ ເຊລຊີ ແລ້ວ
June 30, 2017 - 4:30 PM
“ເດິຊັນ” ສື່ຊື່ດັງຂອງ ອັງ ກິດ ລາຍງານຂ່າວວ່າ: ຕິເອມູເອ ບາກາໂຍໂກ ກອງກາງໂຕເກັ່ງ ຂອງທີມ ອາແອສ ໂມນາໂກ ສະ ໂມສອນຊັ້ນນຳຈາກເວທີລີກເອິງ ຝຣັ່ງ ໄດ້ເຂົ້າຮັບການກວດຮ່າງ ກາຍກັບ ເຊລຊີ ທີມໃຫຍ່ແຫ່ງພຣີ ເມຍລີກ ອັງກິດ ເປັນທີ່ຮຽບຮ້ອຍ ແລ້ວ.
ລາຍງານລະບຸວ່າ ກອງ ກາງ ທີມຊາດຝຣັ່ງ ອາຍຸ 22 ປີ ໄດ້ກວດຮ່າງກາຍກັບ ເຊລຊີ ແລ້ວໃນວັນພຸດທີ 28 ມິຖຸນານີ້ ແລະ ຕອນນີ້ເຫຼືອພຽງຂັ້ນຕອນ ຕົກລົງເລື່ອງລາຍລະອຽດເທົ່າ ນັ້ນ ເຊິ່ງຖ້າ ບາກາໂຍໂກ ຍ້າຍ ມາຫຼິ້ນໃນຖິ່ນສະແຕມຟອດ ບຣິດ ກໍອາດເຮັດໃຫ້ ເນມານຍາ ມາຕິດ ກາງຂອງທີມມີໂອກາດຍ້າຍໄປ ແມນເຊສເຕີ ຢູໄນເຕັດ.
ທັງນີ້ ຄາດວ່າ ເຊລຊີ ອາດ ປະກາດຄວ້າໂຕ ບາກາໂຍໂກ ມາເສີມກອງກາງດ້ວຍຄ່າໂຕທີ່ ໜ້າຈະສູງເຖິງ 35 ລ້ານປອນໃນ ວັນເສົານີ້.