ຫີບບັດເລືອກຕັ້ງໃນສະຫະລັດຖືກໄຟເຜົາ ຄະແນນສຽງເສຍຫາຍ


ສຳນັກຂ່າວ Newsweek ລາຍງານວ່າ ເວລາ 8 ໂມງຂອງວັນທີ 18 ຕຸລານີ້ ຫີບບັດເລືອກຕັ້ງຈຸດຢູ່ຕໍ່ໜ້າຫໍສະໝຸດ Baldwin Park ໃນລັດ Los Angeles, California ຖືກໄຟລຸກໄໝ້ຂຶ້ນ ເຮັດໃຫ້ບັດຄະແນນສຽງຫຼາຍສິບບັດເສຍຫາຍ.
ມາເຖິງຂະນະນີ້ ຍັງບໍ່ທັນຮູ້ສາເຫດຂອງໄຟໄໝ້. ເຈົ້າໜ້າທີ່ມອດໄຟໃຫ້ຮູ້ວ່າ ພວກເຂົາພົບເຫັນເຈ້ຍໜັງສືພິມທີ່ຖືກໄໝ້ຢູ່ໃນຫີບບັດ, ຈຶ່ງສັນນິຖານວ່າ ນິີ້ແມ່ນມີເຈດຕະນາທຳລາຍຢ່າງຈະແຈ້ງ.
ເຫດການເກີດຂຶ້ນໃນຂະນະທີ່ກຳລັງມີການຖົກຖຽງກັນກ່ຽວກັບຮູບການລົງຄະແນນສຽງໂດຍຜ່ານທາງຈົດໝາຍ, ຂະນະດຽວພັກເສລີປະຊາທິປະໄຕ ເວົ້າວ່າ ນີ້ແມ່ນຮູບການທີ່ປອດໄພທີ່ສຸດໃນໄລຍະໂຄວິດ-19 ລະບາດ ສ່ວນ ພັກ ຣີພັບຣີກັນ ຊໍ້າພັດເຫັນຕ່າງວ່າ ຮູບການລົງຄະແນນສຽງໂດຍຜ່ານທາງຈົດໝາຍ ແມ່ນຮູບການເພີ່ມການໂກງຄະແນນ.
ເຖິງຢ່າງໃດກໍຕາມ, ການເລືອກຕັ້ງປະທານາທິບໍດີສະຫະລັດ ກຳລັງຢູ່ຊ່ວງໄລຍະສຸດທ້າຍ ຍັງພຽງແຕ່ 2 ອາທິດກໍຈະຮອດມື້ເລືອກຕັ້ງຢ່າງເປັນທາງການ. ຂະນະນີ້ ຜູ້ສະໝັກແຂ່ງຂັນຈາກພັດ ເສລີປະຊາທິປັດ ໂຈໄບເດັນ ກຳລັງນຳໜ້າຖ້າທຽບໃສ່ ປະທານາທິບໍດີ ທຣຳ ນັບທັງລັດຍຸດທະສາດທີ່ ທຣຳ ໄດ້ຮັບໄຊຊະນະໃນປີ 2016.